ງານສົນທະນາຮຽນແນວຄວາມຄິດດ້ານການທູດຂອງທ່ານສິຈິ້ນຜິງຈັດຂຶ້ນຢູ່ປັກກິ່ງ

2022-07-25 11:40:13 cri


   ງານສົນທະນາຮ່ຳຮຽນແນວຄວາມຄິດດ້ານການທູດຂອງທ່ານສິຈິ້ນຜິງໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ24ກໍລະກົດນີ້.

   ບຸກຄົນທີ່ເຂົ້າຮ່ວມງານດັ່ງກ່າວໄດ້ກ່າວວ່າ:ໃນຖານະເປັນຜູ້ອອກແບບໃຫຍ່ຕໍ່ວຽກງານທາງການທູດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນ ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ສັງເກດເບິ່ງການປ່ຽນແປງຂອງສະພາບການສາກົນເປັນຢ່າງດີ,ໄດ້ກຳແໜ້ນທິດທາງຂອງຍຸກສະໄໝ ແລະນຳພາກະແສຂອງໂລກ,ໄດ້ສະເໜີວິທີທາງຍຸດທະສາດດ້ານການທູດແລະຂໍ້ລິເລີ່ມດ້ານແນວຄວາມຄິດທີ່ສຳຄັນຫຼາຍໆຢ່າງ,ໄດ້ປະດິດສ້າງແນວຄວາມຄິດດ້ານການທູດຂອງທ່ານສິຈິ້ນຜິງ,ເຊິ່ງເປັນຫຼັກການພື້ນຖານແລະທິດຊີ້ນຳການເຄື່ອນໄຫວໃຫ້ແກ່ວຽກງານດ້ານການທູດຂອງຈີນໃນຍຸກສະໄໝໃໝ່,ໄດ້ປະກອບສ່ວນສະຕິປັນຍາແລະແຜນການຂອງຈີນໃຫ້ແກ່ການແກ້ໄຂບັນຫາສຳຄັນຫຼາຍຂໍ້ຂອງທົ່ວໂລກ,ໄດ້ເຕົ້າໂຮມຄວາມຮັບຮູ້ທີ່ຄືກັນແລະກຳລັງສາມັກຄີກັນເຂົ້າໃນການຊຸກຍູ້ການພັດທະນາແລະຄວາມກ້າວໜ້າຂອງມວນມະນຸດ.

   ພາຍໃຕ້ການຊີ້ນຳພາທາງຈາກແນວຄວາມຄິດດ້ານການທູດຂອງທ່ານສິຈິ້ນຜິງ, ວຽກງານ ການທູດຂອງປະເທດໃຫຍ່ທີ່ມີສີສັນພິເສດຂອງຈີນໄດ້ດຳເນີນໄປໜ້າຢ່າງຮອບດ້ານ,ໄດ້ສ້າງສິ່ງແວດລ້ອມທີ່ດີງາມໃຫ້ແກ່ການບັນລຸຄວາມໄຝ່ຝັນທີ່ສ້າງສາຊົນຊາດຈີນໃຫ້ຈະເລີນຮຸ່ງເຮືອງຄືນໃໝ່ຂອງຈີນເປັນຄວາມຈິງ,ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດອັນສູງສົ່ງທີ່ຊຸກຍູ້ສັນຕິພາບແລະການພັດທະນາຂອງມວນມະນຸດ.