ລັດຖະມົນຕີການຕ່າງປະເທດຣັດເຊຍຢ້ຽມຢາມເອຢິບ

2022-07-25 11:42:28 CRI


ຕອນຄ່ຳວັນທີ 23 ກໍລະກົດນີ້, ທ່ານເຊີເກ ລາຟໂລຟ ລັດຖະມົນຕີ ກະຊວງການຕ່າງປະເທດຣັດເຊຍໄດ້ເດີນທາງຮອດນະຄອນຫຼວງເລີແກຂອງເອຢິບ ເພື່ອຢ້ຽມຢາມເອຢິບຢ່າງເປັນທາງການເປັນເວລາ 1 ວັນ.

 

ວັນທີ 21 ກໍລະກົດນີ້, ທ່ານນາງມາເຣຍ ຊາຄາໂລວາ ໂຄສົກກະຊວງການຕ່າງປະເທດຣັດເຊຍກ່າວວ່າ, ທ່ານລາຟໂລຟຈະຢ້ຽມຢາມ 4 ປະເທດຄື: ເອຢິບ, ເອທີໂອປີ, ອູກັນດາ ແລະ ສາທາລະນະລັດກົງໂກ. ສ່ວນເອຢິບແມ່ນປະເທດທຳອິດໃນການຢ້ຽມຢາມອາຟຼິກາຂອງທ່ານລາຟໂລຟເທື່ອນີ້.

 

 ຕອນເຊົ້າວັນທີ 24 ກໍລະກົດນີ້, ທ່ານອັບເດຟາດຕາ ອານ ຊີຊີ ປະທານາທິບໍດີເອຢິບໄດ້ພົບປະກັບທ່ານລາຟໂລຟເປັນເວລາສັ້ນ, ຫຼັງຈາກນັ້ນ, ທ່ານລາຟໂລຟໄດ້ຈັດການເຈລະຈາກັບທ່ານຊາເມຮ໌ ຊູຄຣີ ລັດຖະມົນຕີກະຊວງການຕ່າງປະເທດເອຢິບໃນຕອນທ່ຽງມື້ດຽວກັນ ໂດຍໄດ້ຫາລືກ່ຽວກັບສະຖານະການຣັດເຊຍ-ອູແກຣນ, ບັນຫາຄວາມໝັ້ນຄົງຂອງພາກພື້ນ, ການຄ້າ ແລະ ການຮ່ວມມືດ້ານເຕັກນິກລະຫວ່າງສອງປະເທດຣັດເຊຍ ກັບ ເອຢິບ.


     ທ່ານລາຟໂລຟກ່າວວ່າ, ຣັດເຊຍ ກັບ ເອຢິບມີຄວາມຮັບຮູ້ທີ່ຄືກັນໃນບັນຫາພາກພື້ນ ແລະ ສາກົນຈຳນວນຫຼາຍ, ແຕ່ການລົງໂທດຂອງປະເທດຕາເວັນຕົກໄດ້ສະກັດກັ້ນການສະໜັບສະໜູນຂອງຣັດເຊຍຕໍ່ປະເທດໃນອາຟິຼກາ.


     ທ່ານຊູຄຣີກ່າວວ່າ, ສະຖານະການຣັດເຊຍ-ອູແກຣນໄດ້ສ້າງຜົນກະທົບຕໍ່ຄວາມໝັ້ນຄົງດ້ານທັນຍາຫານໃນທົ່ວໂລກ, ເອຢິບເນັ້ນໜັກຄວາມສຳຄັນການແກ້ໄຂບັນຫາປະທະກັນລະຫວ່າງຣັດເຊຍ ກັບ ອູແກຣນໂດຍຜ່ານວິທີທາງການທູດ ແລະ ຄອງຄອຍສືບຕໍ່ດຳເນີນການຮ່ວມມືກັບຣັດເຊຍຢ່າງໃກ້ຊິດບົນພື້ນຖານຜົນປະໂຫຍດຮ່ວມຂອງສອງປະເທດ.


    ຕອນບ່າຍວັນທີ 24 ກໍລະກົດນີ້, ທ່ານເຊີເກ ລາຟໂລຟຍັງໄດ້ຢ້ຽມຢາມສຳນັກງານສະຫະພາບອາຟຼິກາທີ່ຢູ່ນະຄອນຫຼວງເລີແກ ແລະ ຈັດການເຈລະຈາກັບທ່ານອາເຮເມັດ ອາບູ ເກດ ເລຂາທິການໃຫຍ່ສະຫະພາບອາຟຼິກາ.