ທ່ານ ສີຈິ້ນຜິງ ພົບປະເຈລະຈາກັບທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ

2022-07-26 22:24:48 cri

ຕາມຂ່າວສານຊິນຮວາ: ຕອນບ່າຍວັນທີ 26 ກໍລະກົດນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍຢູ່ໂຮງແຮມຕ້ຽວຢວີທາຍທີ່ນະຄອນຫຼວງປັກກິ່ງຂອງຈີນ. ທ່າມກາງບັນຍາກາດໄມຕີຈິດສະໜິດສະໜົມ, ປະມຸລັສອງປະເທດໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບສາຍພົວພັນສອງປະເທດ ພ້ອມດ້ວຍບັນຫາສາກົນ ແລະ ພາກພື້ນທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນຢ່າງຮອບດ້ານ ແລະ ເລິກເຊິ່ງ, ແລະໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຕ່າງໆ.

 


ທ່ານ ສີຈິ້ນຜິງ ກ່າວວ່າ: “ທ່ານແມ່ນປະມຸກລັດຕ່າງປະເທດຜູ້ທຳອິດທີ່ຝ່າຍຈີນຕ້ອນຮັບພາຍຫຼັງງານກິລາໂອລິມປິກລະດູໜາວປັກກິ່ງ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງການໃຫ້ຄວາມສຳຄັນໃນລະດັບສູງຂອງສອງຝ່າຍທີ່ມີຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ອິນໂດເນເຊຍ. ໃນຊຸມປີມໍ່ໆມານີ້, ພາຍໃຕ້ການນຳພາຮ່ວມກັນຈາກພວກຂ້າພະເຈົ້າ, ສາຍພົວພັນລະຫວ່າງຈີນ-ອິນໂດເນເຊຍໄດ້ຮັບການພັດທະນາຢ່າງຟົດຟື້ນ, ທັງໄດ້ສະແດງໃຫ້ເຫັນເຖິງຄວາມໜຽວແໜ້ນ ແລະ ຄວາມມີຊີວິດຊີວາຢ່າງແຂງແຮງ. ຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດລະຫວ່າງສອງຝ່າຍໄດ້ຮັບການປັບປຸງນັບມື້ນັບໝັ້ນຄົງກວ່າເກົ່າ, ສະພາບກາຮ່ວມມືທີ່ມີ “ແຮງຂັບເຄື່ອໂດຍ 4 ລໍ້ຮ່ວມກັນ” ຄື: ການເມືອງ, ເສດຖະກິດ, ວັດທະນະທຳ ແລະ ເທິງທະເລ ໄດ້ກ້າວສູ່ລວງເລິກຢ່າງຕໍ່ເນື່ອງ, ໄດ້ສະແດງໃຫ້້ເຫັນເຖິງຄວາມຮັບຜິດຊອບໃນດ້ານການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ພ້ອມດ້ວຍການຊຸກຍູ້ຄວາມສາມັກຄີ ແລະ ການຮ່ວມມືຂອງໂລກ, ໄດ້ສ້າງແບບຢ່າງທີ່ດີສຳລັບປະເທດໃຫຍ່ທີ່ກຳລັງພັດທະນາຮ່ວມກັນສ້າງຕົນເອງໃຫ້ເຂັ້ມແຂງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສະພາບຄວາມເປັນຈິງໄດ້ຢັ້ງຢືນໃຫ້ເຫັນວ່າ, ການພັດທະນາສາຍພົວພັນລະຫວ່າງຈີນ-ອິນໂດເນຊຍໃຫ້ດີ ບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດທາງໄກຮ່ວມກັນລະຫວ່າງສອງປະເທດເທົ່ານັ້ນ, ຍັງໄດ້ເກີດມີຜົນສະທ້ອນຢ່າງຕັ້ງໜ້າ ແລະ ເລິກເຊິ່ງຍາວໄກຢູ່ພາກພື້ນ ແລະ ທົ່ວໂລກ. ຂ້າພະເຈົ້າຍິນດີຮ່ວມກັບທ່ານ, ສືບຕໍ່ຊີ້ນຳນຳພາສາຍພົວພັນລະຫວ່າງຈີນ-ອິນໂດເນເຊຍໃຫ້ກ້າວໄປໜ້າຢ່າງໝັ້ນທ່ຽງ ແລະ ຍາວໄກຈາກຄວາມສູງດ້ານຍຸດທະສາດ ແລະແງ່ມູມທີ່ຍາວໄກ ເພື່ອສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດໃຫ້ດີກວ່າເກົ່າ, ປະກອບສ່ວນເຂົ້າໃນສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ທົ່ວໂລກໃຫ້ຫຼາຍກວ່າເກົ່າ.

 

ທ່ານ ໂຈໂກ ວີໂດໂດ ກ່າວວ່າ, ຂ້າພະເຈົ້າຂໍອວຍພອນໃຫ້ກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 20 ຈົ່ງໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ, ເຊື່ອວ່າພາຍໃຕ້ການນຳພາຢ່າງເຂັ້ມແຂງຂອງທ່ານປະທານ ສີຈິ້ນຜິງ, ຈີນຈະໄດ້ຮັບຜົນສຳເລັດຢ່າງໃຫຍ່ກວ່າເກົ່າໃນອະນາຄົດ. ອິນໂດເນເຊຍຍິນດີຮ່ວມກັບຝ່າຍຈີນ, ລົງເລິກສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນສັນຕິພາບຂອງພາກພື້ນ ແລະ ການພັດທະນາຂອງໂລກໃຫ້ຫຼາຍກວ່າເກົ່າ.

 

ສອງຝ່າຍໄດ້ອອກ ຖະແຫຼງການຮ່ວມກ່ຽວກັບການພົບປະເຈລະຈາລະຫວ່າງປະມຸກລັດແຫ່ງສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດອິນໂດເນເຊຍ ແລະໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຊຸກຍູ້ການຮ່ວມມືທີ່ກ່ຽວຂ້ອງກັບຂໍ້ລິເລີ່ມ “ແລວເສດຖະກິດເສັ້ນທາງສາຍໄໝ ແລະ ເສັ້ນທາງສາຍໄໝທາງທະເລສັດຕະວັດທີ 21” ກັບ ໂຄງຄວາມຄິດ “ຈຸດຢັນຂອງທະເລທົ່ວໂລກ”, ພ້ອມດ້ວຍເອກະສານການຮ່ວມມືໃນຂົງເຂດວັກຊີນ, ການພັດທະນາແບບສີຂຽວ, ຄວາມໝັ້ນຄົງດ້ານອິນເຕີເນັດ, ທະເລ ແລະ ຂົງເຂດອື່ນໆ.