ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງທ່ານນາງດຣູປາດີ ເມີມູ ປະທານາທິບໍດີຄົນໃໝ່ຂອງອິນເດຍ

2022-07-26 14:00:16 CRI

 

ຕາມຂ່າວCRI: ວັນທີ 25 ກໍລະກົດນີ້, ທ່ານສີຈິ້ນຜິງ, ປະທານປະເທດ ຈີນໄດ້ສົ່ງສານອວຍພອນໄປຍັງທ່ານນາງດຣູປາດີ ເມີມູ, ເພື່ອສະແດງຄວາມ ຊົມເຊີຍຕໍ່ທ່ານທີ່ຂຶ້ນຮັບຕຳແໜ່ງປະທານາທິບໍດີຄົນໃໝ່ຂອງອິນເດຍ.

 

ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງລະບຸວ່າ ຈີນ-ອິນເດຍແມ່ນປະເທດ ບ້ານໃກ້ເຮືອນຄຽງທີ່ສຳຄັນຕໍ່ກັນ. ການພົວພັນລະຫວ່າງຈີນ-ອິນເດຍຢ່າງ ປອດໃສແລະໝັ້ນທ່ຽງແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານຂອງຈີນແລະອິນເດຍກໍ່ຄືຂອງປະຊາຊົນສອງປະເທດ, ມີຜົນດີຕໍ່ສັນຕິພາບ, ສະຖຽນລະພາບແລະການພັດທະນາຂອງພາກພື້ນແລະທົ່ວໂລກ. ຂ້າພະເຈົ້າໃຫ້ຄວາມສຳຄັນ ໃນລະດັບສູງຕໍ່ການພົວພັນລະຫວ່າງຈີນ-ອິນເດຍ, ຍິນດີພະຍາຍາມຮ່ວມກັບ ທ່ານປະທານາທິບໍດີເມີມູ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ລົງເລິກການຮ່ວມມືຕົວຈິງ,ແກ້ໄຂຂໍ້ຂັດແຍງຢ່າງເໝາະສົມ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອິນເດຍໄດ້ຮັບການພັດທະນາກ້າວໄປຂ້າງໜ້າຕາມທິດທາງທີ່ຖືກຕ້ອງ.