ຈີນ:ຫວັງໃຫ້ອົສຕຣາລີກຳໂອກາດຂະຫຍາຍການພົວພັນລະຫວ່າງສອງປະເທດ

2022-07-26 14:58:35 cri


   ວັນທີ25ກໍລະກົດນີ້,ຢູ່ທີ່ປັກກິ່ງ ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບໂຕ້ທ່າທີທີ່ກ່ຽວຂ້ອງຂອງນາຍົກລັດຖະມົນຕີອົສຕຣາລີໂດຍກ່າວວ່າ: ຫວັງໃຫ້ອົສຕຣາລີກຳເອົາໂອກາດຂະຫຍາຍການພົວພັນລະຫວ່າງສອງປະເທດດ້ວຍພຶດຕິກຳຕົວຈິງ,ສ້າງຄວາມຮັບຮູ້ຕໍ່ຈີນຄືນໃໝ່.

   ຕາມຂ່າວລາຍງານໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີອົສຕຣາລີໄດ້ໃຫ້ສຳພາດວ່າ:ຈີນຂາດ ເຫດຜົນອັນເປັນທຳໃນການລົງໂທດສິນຄ້າຂອງອົສຕຣາລີ.ການຍົກເລີກການລົງໂທດສິນຄ້າທັງໝົດຂອງອົສຕຣາລີ,ແມ່ນສອດຄ່ອງກັບຜົນປະໂຫຍດຂອງສອງຊາດຈີນ-ອົສຕຣາລີ,ຫວັງຢາກຮ່ວມມືກັບຈີນພາຍໃນຂອບເຂດທີ່ຮັບຮອງໄດ້.

   ທ່ານຈ້າວລີ້ຈ່ຽນກ່າວວ່າ: ການພົວພັນລະຫວ່າງຈີນກັບອົສຕຣາລີທີ່ປອດໃສແລະໝັ້ນທ່ຽງ, ແມ່ນສອດຄ່ອງກັບຜົນປະໂຫຍດທີ່ເປັນພື້ນຖານແລະຄວາມປາດຖະໜາຮ່ວມຂອງປະຊາຊົນສອງຊາດ. ຂະນະດຽວກັນ,ອົງການຄຸ້ມຄອງຕົ້ນຕໍຂອງຈີນໄດ້ນຳໃຊ້ມາດຕະການທີ່ກ່ຽວຂ້ອງຕໍ່ການນຳເຂົ້າຜະລິດຕະພັນຈາກຕ່າງປະເທດຕາມກົດໝາຍນັ້ນ ແມ່ນສອດຄ່ອງກັບກົດໝາຍແລະກົດບັນຍັດຂອງຈີນ ລວມທັງກະຕິກາສາກົນ,ທັງເປັນການກະທຳທີ່ຮັບຜິດຊອບຕໍ່ອຸດສາຫະກຳແລະຜູ້ບໍລິໂພກພາຍໃນປະເທດຈີນ. “ພວກຂ້າພະເຈົ້າຫວັງໃຫ້ອົສຕຣາລີກຳເອົາໂອກາດຂະຫຍາຍການພົວພັນລະຫວ່າງສອງປະເທດດ້ວຍພຶດຕິກຳຕົວຈິງ,ສ້າງຄວາມຮັບຮູ້ຕໍ່ຈີນຄືນໃໝ່. ອີງຕາມຫຼັກການທີ່ເຄົາລົບເຊິ່ງກັນແລະກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ໃນການແກ້ໄຂສາຍພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນກັບອົສຕຣາລີ. ອົສຕຣາລີຄວນຮ່ວມກັບຈີນເດີນໄປຕາມເສັ້ນທາງດຽວກັນ,ຫຼຸດຜ່ອນຜົນກະທົບດ້ານລົບ,ສະສົມພະລັງແຮງດ້ານບວກ ເພື່ອປັບປຸງການພົວພັນຈີນ-ອົສຕຣາລີໃຫ້ດີຂຶ້ນ,ສ້າງສິ່ງແວດລ້ອມທີ່ດີໃຫ້ແກ່ການຂະຫຍາຍການພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນກັບອົສຕຣາລີຢ່າງປອດໄສແລະໝັ້ນທ່ຽງ.