ຈີນຕອບໂຕ້ຄືນອີກຄັ້ງໜຶ່ງຕໍ່ທ່ານນາງ ນານຊີ ເປໂລຊີ ທີ່ອາດຈະຢ້ຽມຢາມໄຕ້ຫວັນ

2022-07-26 14:55:57 cri


   ວັນທີ25ກໍລະກົດນີ້, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວໂດຍກ່າວເນັ້ນໜັກອີກຄັ້ງໜຶ່ງກ່ຽວກັບທ່ານນາງ ນານຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາອາດຈະຢ້ຽມຢາມໄຕ້ຫວັນວ່າ: ຫວ່າງມໍ່ໆມານີ້ ຈີນໄດ້ສະແດງຄວາມເປັນຫ່ວງຢ່າງແຮງແລະຫຼັກໝັ້ນທີ່ເຄັ່ງຂືມຂອງຈີນຕໍ່ຝ່າຍອາເມຣິກາວ່າຈີນເດັດດ່ຽວຄັດຄ້ານທ່ານນາງເປໂລຊີຢ້ຽມຢາມໄຕ້ຫວັນ.

   ທ່ານຈ້າວລີ້ຈ່ຽນຊີ້ອອກວ່າ: ຈີນກຽມພ້ອມແລ້ວທີ່ຈະປະຕິບັດຕໍ່ກັບເລື່ອງນີ້ຢ່າງເຄັ່ງຂືມ. ຖ້າວ່າອາເມຣິກາເຮັດຕາມລຳພັງໃຈແຕ່ຝ່າຍດຽວ,ຈີນຍ່ອມຈະໃຊ້ມາດຕະການແຂງແຮງທີ່ເດັດດ່ຽວ,ປ້ອງກັນອະທິປະໄຕແຫ່ງຊາດແລະຜືນແຜ່ນດິນອັນຄົບຖ້ວນ,ຜົນຮ້າຍຢ້ອນຫຼັງທຸກຢ່າງຍ້ອນການກະທຳຂອງຝ່າຍອາເມຣິການັ້ນຄວນໃຫ້ອາເມຣິກາເປັນຜູ້ຮັບຜິດຊອບ.