ຈີນສົ່ງເສີມການລົງທຶນຈາກຕ່າງປະເທດເຂົ້າໃນການຜະລິດແບບທັນສະໄໝ ເຕັກໂນໂລຊີໃໝ່ຂັ້ນສູງແລະຂົງເຂດອື່ນໆ

2022-07-27 10:47:58 CRI

 

ຕາມຂ່າວCRI: ອີງຕາມຕົວເລກສະແດງໃຫ້ເຫັນວ່າ, ໃນ 6 ເດືອນຕົ້ນປີ 2022, ຈີນໄດ້ດຶງດູດການລົງທຶນຈາກຕ່າງປະເທດຕົວຈິງມີມູນຄ່າທັງໝົດ 607,84 ຕື້ຢວນ, ເພີ່ມຂຶ້ນ 28,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ຜ່ານມາ, ແລະເພີ່ມຂຶ້ນ 27,1% ເມື່ອທຽບກັບໄລຍະດຽວກັນຂອງປີ 2019 . ໃນນັ້ນຂະແໜງເຕັກໂນໂລຊີຂັ້ນສູງກາຍເປັນຈຸດສຸມດ້ານການດຶງດູດການລົງທຶນ, ສ່ວນການລົງທຶນຈາກຕ່າງປະເທດເຂົ້າໃນຂະແໜງການຜະລິດທີ່ມີເຕັກໂນໂລຊີຂັ້ນສູງໄດ້ເພີ່ມຂຶ້ນ 29,2% . ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງ ອຸດສາຫະກຳແລະຂໍ້ມູນຂ່າວສານຈີນໄດ້ກ່າວໃນວັນທີ 26 ກໍລະກົດນີ້ວ່າ, ໃນບາດກ້າວຕໍ່ໄປ, ຈະສືບຕໍ່ສົ່ງເສີມການລົງທຶນຈາກຕ່າງປະເທດເຂົ້າໃນ ການຜະລິດແບບທັນສະໄໝ, ເຕັກໂນໂລຊີໃໝ່ຂັ້ນສູງແລະຂົງເຂດອື່ນໆ, ອອກແຮງຢ່າງສຸດຂີດເພື່ອສະໜັບສະໜູນໃຫ້ໂຄງການລົງທຶນຈາກຕ່າງປະເທດປະຕິບັດຕົວຈິງໄດ້ໄວກວ່າເກົ່າ.

 

ທ່ານຢາວຈວີ່ນ,ຮອງຫົວໜ້າກົມແຜນຜັງກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານຈີນກ່າວວ່າ, ໃນອະນາຄົດຈະຍຶດຖືທິດສະດີທີ່ມີການເປີດປະຕູ, ການ ຮ່ວມມື, ຄວາມສາມັກຄີແລະມີຜົນປະໂຫຍດຮ່ວມກັນ, ເປີດກວ້າງການ ເປີດປະຕູສູ່ພາຍນອກທີ່ມີລະດັບສູງດ້ານຂະແໜງການຜະລິດ,ຕັ້ງໜ້າສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ມີການແຂ່ງຂັນຢ່າງຍຸຕິທຳແບບຕະຫຼາດ, ການບໍລິຫານດ້ວຍກົດໝາຍແລະສາກົນ. ປັດຈຸບັນນີ້ເມື່ອເບິ່ງຈາກສະພາບລວມ ແລ້ວ, ບາດກ້າວການລົງທຶນຕໍ່ຈີນຈາກນັກທຸລະກິດຕ່າງປະເທດບໍ່ໄດ້ຊ້າລົງ, ຈີນຍັງ ແມ່ນທາງເລືອກດ້ານການລົງທຶນດີທີ່ສຸດສຳລັບນັກທຸລະກິດຕ່າງປະເທດ.