ຈີນທວງໃຫ້ອາເມຣິກາຈົ່ງມີຄວາມສຸຂຸມຮອບຄອບໃນການແກ້ໄຂບັນຫາໄຕ້ຫວັນ

2022-07-27 10:29:49 cri

ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 26 ກໍລະກົດນີ້ວ່າ: ຝ່າຍຈີນທວງໃຫ້ອາເມຣິກາຈົ່ງມີຄວາມສຸຂຸມຮອບຄອບໃນການແກ້ໄຂບັນຫາໄຕ້ຫວັນ, ຄວນເດີນຕາມທິດທາງດຽວກັນກັບຈີນ ເພື່ອຊອກໃຫ້ໄດ້ວິທີຢູ່ຮ່ວມກັບຈີນທີ່ຖືກຕ້ອງ ຄື: ຕ່າງເຄົາລົບກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດພາຍໃຕ້ສະພາບການໃໝ່.

ຂ່າວແຈ້ງໃຫ້ຮູ້ວ່າ: ຫວ່າງບໍ່ດົນມານີ້, ທ່ານ ເຮັນຣີ ກີຊິງເກີ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ໃຫ້ສຳພາດຕໍ່ນັກຂ່າວ, ໂດຍກ່າວວ່າ: ໃນເວລາແກ້ໄຂສາຍພົວພັນຈີນ-ອາເມຣິກາ, ອາເມຣິກາ ແລະ ພັນທະມິດຂອງຕົນ ຕ້ອງຮັກສາກຳລັງຕົວຈິງໄວ້, ແຕ່ຂະນະດຽວກັນ ກໍຕ້ອງເຄົາລົບປະເທດຈີນ ທີ່ເປັນຜູ້ເຂົ້າຮ່ວມລະບຽບສາກົນ. ການທີ່ເຮັດໃຫ້ວາຈາໃນບັນຫາໄຕ້ຫວັນຂອງສອງປະເທດຈີນ-ອາເມຣິກາອ່ອນລົງນັ້ນ ຈະສາມາດຜ່ອນຄາຍສະພາບຄວາມເຄັ່ງຕຶງໄດ້, ພ້ອມທັງຫຼຸດຜ່ອນຄວາມອາດເປັນໄປໄດ້ທີ່ຈະປະທະກັນນັ້ນໃຫ້ໜ້ອຍລົງ ແລະ ສາມາດປັບປຸງສາຍພົວພັນລະຫວ່າງສອງປະເທດໃຫ້ດີຂຶ້ນໄດ້. ກ່ຽວກັບຄຳເວົ້າດັ່ງກ່າວ, ທ່ານ ຈ້າວລີ້ຈ່ຽນ ໃຫ້ຄຳຕອບໂຕ້ວ່າ: ຈີນຍ້ອງຍໍທ່າທີທີ່ກ່ຽວຂ້ອງຂອງທ່ານ ກິຊິງເກີ, ໃນຖານະທີ່ເປັນ 2 ກຸ່ມເສດຖະກິດໃຫຍ່ທີ່ສຸດຂອງໂລກ ແລະ ເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຈີນ ແລະ ອາເມຣິກາຕ້ອງພັດທະນາສາຍພົວພັນໃຫ້ດີຂຶ້ນ, ຈະທຳລາຍໃຫ້ຊຸດໂຊມລົງບໍ່ໄດ້.

ທ່ານ ຈ້າວລີ້ຈ່ຽນ ກ່າວຕື່ມວ່າ: “ພວກຂ້າພະເຈົ້າທວງໃຫ້ອາເມຣິກາຈົ່ງປະຕິບັດຕໍ່ປະເທດຈີນ ແລະ ສາຍພົວພັນຈີນ-ອາເມຣິກາຢ່າງພາວະວິໄສ, ແລະຈັດຕັ້ງປະຕິບັດຕາມຄຳໝັ້ນສັນຍາກ່ຽວກັບ ‘4 ບໍ່ 1 ບໍ່ມີເຈດຈຳນົງ’ ທີ່ທ່ານປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວຢ້ຳມາຫຼາຍເທື່ອ ພ້ອມດ້ວຍທ່າທີອັນຕັ້ງໜ້າຂອງທ່ານ ອັນໂຕນີ ບລິນເຄັນ ລັດຖະມົນຕີກະຊວງການຕ່າງປະເທດ. ໂດຍສະເພາະແມ່ນ ອາເມຣິກາຕ້ອງປະຕິບັດຕາມຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດໃນຖະແຫຼງການຮ່ວມຈີນ-ອາເມຣິກາ 3 ສະບັບຢ່າງເຄັ່ງຄັດ, ແກ້ໄຂບັນຫາໄຕ້ຫວັນຢ່າງສຸຂຸມຮອບຄອບ, ເດີນຕາມທິດທາງດຽວກັນກັບຝ່າຍຈີນ ເພື່ອຊອກໃຫ້ໄດ້ວິທີຢູ່ຮ່ວມກັບຈີນທີ່ຖືກຕ້ອງຄື: ຕ່າງເຄົາລົບກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດພາຍໃຕ້ສະພາບການໃໝ່.”