ຈີນສືບຕໍ່ເປັນປະເທດຜະລິດທີ່ໃຫຍ່ກວ່າໝູ່ຢູ່ໃນໂລກ

2022-07-27 16:29:27 cri


   ນັບຕັ້ງແຕ່ຈັດກອງປະຊຸມໃຫຍ່ຄັ້ງທີ18ຂອງພັກກອມມູນິດຈີນເປັນຕົ້ນມາ,ກຳລັງສັງລວມຂອງອຸດສາຫະກຳການຜະລິດຈີນສືບຕໍ່ເພີ່ມສູງຂຶ້ນ. ກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານຈີນໄດ້ປະກາດສະຖິຕິໃນຫວ່າງມໍ່ໆນີ້ໂດຍສະແດງໃຫ້ເຫັນວ່າ: ໃນຮອບ10ປີຜ່ານມານີ້,ຍອດມູນຄ່າເພີ່ມຂອງອຸດສາຫະກຳການຜະລິດຂອງຈີນໄດ້ເພີ່ມຂຶ້ນຈາກ16.980ຕື້ຢວນໃນປີ2012 ເປັນ31.400ຕື້ຢວນໃນປີ2021,ກວມອັດຕາສ່ວນໃນທົ່ວໂລກເພີ່ມຂຶ້ນຈາກ22,5%ເປັນເກືອບ 30%,ສືບຕໍ່ຢູໃນຖານະເປັນປະເທດຜະລິດທີ່ໃຫຍ່ກວ່າໝູ່ຢູ່ໃນໂລກ.ລະບົບອຸດສາຫະກຳການຜະລິດທີ່ຄົບຖ້ວນມີທ່າແຮງທີ່ພົ້ນເດັ່ນກວ່າເກົ່າ.

   ອຸດສາຫະກຳການຜະລິດຂອງຈີນເປັນອຸດສາຫະກຳທີ່ມີປະເພດການຜະລິດທີ່ຄົບຖ້ວນກວ່າໝູ່ຢູ່ໃນໂລກ.ຄວາມສາມາດຄົບຊຸດຂອງຕ່ອງໂສ້ການຜະລິດໄດ້ນຳໜ້າທົ່ວໂລກ,ມີຄວາມໜຽວແໜ້ນແລະກຳລັງແຮງບົ່ມຊ້ອນໃນການພັດທະນາທີ່ແຂງແຮງທີ່ສຸດ. ນອກຈາກນີ້ແລ້ວ,ການຄ້າຜະລິດຕະພັນລະຫວ່າງຂັ້ນຕອນຂອງອຸດສາຫະກຳການຜະລິດໄດ້ກວມອັດຕາສ່ວນຂອງທົ່ວໂລກເຖິງປະມານ20%,ສ່ວນຈຳນວນເຄື່ອງໝາຍສິນຄ້າໃນຂົງເຂດອຸດສາຫະກຳແລະຂໍ້ມູນ ຂ່າວສານທີ່ເຂົ້າລາຍຊື່ບໍລິສັດເຂັ້ມແຂງທີ່ສຸດຢູ່ໃນໂລກ500ແຫ່ງນັ້ນກໍໄດ້ເພີ່ມຂຶ້ນຈາກ10ແຫ່ງໃນເມື່ອກ່ອນເປັນ24ແຫ່ງ.