ໂຄສົກກະຊວງການຕ່າງປະເທດຈີນກ່າວຕອບໂຕ້ທ່າທີປິ້ນຂາວໃຫ້ເປັນດຳຂອງເຈົ້າໜ້າທີ່ອາເມຣິກາກ່ຽວກັບບັນຫາທະເລຈີນໃຕ້

2022-07-28 14:44:13 cri

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 27 ກໍລະກົດ 2022, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວຕອບໂຕ້ເຈົ້າໜ້າທີ່ອາເມຣິກາຕຳໜິຕິຕຽນປະເທດຈີນກ່ຽວກັບບັນຫາທະເລຈີນໃຕ້, ແລະຊີ້ໃຫ້ເຫັນວ່າການສະແດງທ່າທີທີ່ກ່ຽວຂ້ອງຂອງອາເມຣິກາແມ່ນປີ້ນຂາວໃຫ້ເປັນດຳ.

ໃນໂອກາດຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານຈ້າວລີ້ຈ່ຽນ ກ່າວວ່າ: ທະເລຈີນໃຕ້ແມ່ນບ້ານເມືອງຮ່ວມກັນຂອງປະເທດທີ່ກ່ຽວຂ້ອງ, ການປົກປັກຮັກສາສັນຕິພາບແລະສະຖຽນລະພາບແມ່ນຄວາມຕ້ອງການຮ່ວມກັນຂອງປະເທດຈີນແລະປະເທດສະມາຊິກອາຊຽນ. ຫວ່າງບໍ່ດົນມານີ້, ຈີນຮ່ວມກັບປະເທດສະມາຊິກອາຊຽນໄດ້ລະນຶກການລົງນາມ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ຄົບຮອບ 20 ປີຢ່າງຄຶກຄື້ນ, ເຫັນດີສືບຕໍ່ຈັດຕັ້ງປະຕິບັດ ຖະແຫຼງການດັ່ງກ່າວຢ່າງບັງເກີດຜົນແລະຮອບດ້ານ, ຕັ້ງໜ້າຊຸກຍູ້ການປຶກສາຫາລືກ່ຽວກັບ “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”, ຮ່ວມກັນຮັກສາສັນຕິພາບແລະສະຖຽນລະພາບຂອງທະເລຈີນໃຕ້ກໍຄືຂອງພາກພື້ນ.

ທ່ານຈ້າວລີ້ຈ່ຽນຊີ້ໃຫ້ເຫັນວ່າ: “ທະເລຈີນໃຕ້ໃນປັດຈຸບັນຍັງບໍ່ມີຄວາມສະຫງົບ, ເພື່ອຮັກສາສິດເປັນເຈົ້າອານາດຂອງປະເທດຕົນ, ບາງປະເທດໃຫຍ່ຢູ່ນອກພາກພື້ນໄດ້ເດີນທາງໄກແສນໄກມາເພີ່ມກຳລັງອາວຸດຢູ່ທະເລຈີນໃຕ້ຢ່າງບໍ່ດຢຸດຢັ້ງ, ແລະສ້າງຖານທັບທີ່ມີອາວຸດລັກສະນະໂຈມຕີຢູ່ອ້ອມທະເລຈີນໃຕ້, ນອກນີ້ຍັງໄດ້ສົ່ງກຳປັ່ນບັນທຸກເຮືອບິນ, ເຮືອບິນຖິ້ມລະເບີດທາງຍຸດທະສາດເຂົ້າອອກທະເລຈີນໃຕ້ຢູ່ເລື້ອຍໆ, ແລະຮ່ວມກັບປະເທດພັນທະມິດຢູ່ນອກເຂດທະເລຈີນໃຕ້ສະແດງກຳລັງອາວຸດຢູ່ທະເລຈີນໃຕ້. ປະເທດເຫຼົ່ານີ້ທີ່ກໍ່ເຫດການຢູ່ທະເລຈີນໃຕ້ຈຶ່ງເປັນໄພຂົ່ມຂູ່ຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນຢ່າງແທ້ຈິງ. ທະເລຈີນໃຕ້ບໍ່ແມ່ນສະຖານທີ່ແຂ່ງຂັນຂອງປະເທດໃຫຍ່ຢູ່ນອກພາກພື້ນ, ຈີນແລະປະເທດສະມາຊິກອາຊຽນຈະເພີ່ມທະວີການຮ່ວມມືຕື່ມອີກ, ຮ່ວມກັນຕໍ່ຕ້ານການກະທຳທີ່ຊົ່ວຮ້າຍຕ່າງໆຢູ່ເຂດທະເລຈີນໃຕ້.”

ທ່ານຈ້າວລີ້ຈ່ຽນ ກ່າວຕື່ມວ່າ, ຈີນຈະສືບຕໍ່ຖືສິດເປັນເຈົ້າການແລະສິດນຳພາໃນການແກ້ໄຂບັນຫາທະເລຈີນໃຕ້ໄວ້ຢູ່ກັບປະເທດຢູ່ພາກພື້ນຕົນ, ປັດປ່າຍການລົບກວນຂອງອິດທິກຳລັງຢູ່ນອກພາກພື້ນ, ຈັດຕັ້ງປະຕິບັດຖະແຫຼງການຢ່າງຮອບດ້ານແລະມີປະສິດທິຜົນ, ສືບຕໍ່ຊຸກຍູ້ການປຶກສາຫາລື “ກົດແຫ່ງການປະພຶດຢູ່ທະເລຈີນໃຕ້”, ສ້າງທະເລຈີນໃຕ້ໃຫ້ເປັນທະເລແຫ່ງສັນຕິພາບ, ທະເລມິດຕະພາບແລະທະເລຮ່ວມມືຢ່າງແທ້ຈິງ.