ໃນ 6 ເດືອນຕົ້ນປີນີ້, ລາຍຮັບຂອງວິສາຫະກິດທົ່ວປະເທດຈີນໄດ້ຟື້ນຟູຄືນໃໝ່ຢ່າງໝັ້ນທ່ຽງ

2022-07-28 11:00:24 cri


ອີງຕາມຕົວເລກໃບເກັບເງິນອາກອນມູນຄ່າເພີ່ມຫຼ້າສຸດອົງການອາກອນແຫ່ງຊາດຈີນເປີດເຜີຍສະແດງໃຫ້ເຫັນວ່າ, ໃນ 6 ເດືອນຕົ້ນປີນີ້, ລາຍຮັບຂອງວິສາຫະກິດທົ່ວປະເທດຈີນໄດ້ຟື້ນຟູຄືນໃໝ່ຢ່າງໝັ້ນທ່ຽງ, ວິສາຫະກິດອຸດສາຫະກຳມີລາຍຮັບດີພໍສົມຄວນ. ໃນ 6 ເດືອນຕົ້ນປີນີ້, ລາຍຮັບຈາກການຈຳໜ່າຍຂອງວິສາຫະກິດອຸດສາຫະກຳເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ນອກນີ້, ໃນ 6 ເດືອນຕົ້ນປີນີ້, ລາຍຮັບຈາກການຈຳໜ່າຍຂອງຂະແໜງການທີ່ເປັນໃຈກາງດ້ານເສດຖະກິດດີຈີຕອນເພີ່ມຂຶ້ນ 9,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນ, ລາຍຮັບໃນເດືອນມິຖຸນາໄດ້ເພີ່ມຂຶ້ນ 14,4%, ສູງກວ່າລະດັບສະເລ່ຍທົ່ວປະເທດ 6,9%. ລາຍຮັບຈາກການຈຳໜ່າຍດ້ານການຄົ້ນຄວ້າວິທະຍາສາດແລະບໍລິການດ້ານເຕັກນິກໄດ້ເພີ່ມຂຶ້ນ 14,8%, ໃນນັ້ນ, ລາຍຮັບໃນເດືອນມິຖຸນາໄດ້ເພີ່ມຂຶ້ນ 12% ເມື່ອທຽບໃສ່ກັບເດືອນພຶດສະພາ, ໂດຍສະເພາະແມ່ນລາຍຮັບຈາກການຈຳໜ່າຍດ້ານການໂຄສະນາວິທະຍາສາດເຕັກນິກແລະການບໍລິການທາງຊອຟແວ, ໃນເດືອນມິຖຸນາໄດ້ເພີ່ມຂຶ້ນ 49,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສິ່ງເຫຼົ່ານີ້ສະແດງໃຫ້ເຫັນວ່າພະລັງແຮງໃໝ່ພວມນຳພາໃຫ້ເສດຖະກິດຈີນຟື້ນຕົວຄືນໃໝ່.