ປະທານາທິບໍດີຟິລິບປິນສຳຫຼວດວຽກງານກູ້ໄພຢູ່ເຂດປະສົບໄພແຜ່ນດິນໄຫວ

2022-07-29 15:19:50 CRI


   ວັນທີ 28 ກໍລະກົດນີ້, ທ່ານເຟີດີນານດ໌ ໂລມົວເດສ ມາກ໋ອດ ປະທານາທິບໍດີຟິລິບປິນໄດ້ເດີນທາງໄປຮອດແຂວງອາບຣາ ເຊິ່ງເປັນເຂດປະສົບໄພແຜ່ນດິນໄຫວເພື່ອສຳຫຼວດວຽກງານກູ້ໄພ ແລະ ຮຽກຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບວຽກງານກອບກູ້ຊ່ວຍເຫຼືອ.

 

    ທ່ານມາກ໋ອດຮຽກຮ້ອງໃຫ້ເຈົ້າໜ້າທີ່່ທ້ອງຖິ່ນຊອກຫາວິທີຟື້ນຟູການສະໜອງໄຟຟ້າ, ການສະໜອງນ້ຳ ແລະ ໂທລະຄົມຂອງເຂດປະສົບໄພ ພ້ອມທັງສະໜອງການຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ປະສົບໄພເພື່ອຮັບປະກັນໃຫ້ເຂົາເຈົ້າໄດ້ກັບບ້ານຢ່າງປອດໄພ້.

 

    ໃນກອງປະຊຸມຖະແຫຼງຂ່າວ, ທ່ານອະເລຈັນໂດຣ ເຈົ້າໜ້າທີ່ພາກສ່ວນກູ້ໄພຂອງຟິລິບປິນແນະນຳວ່າ, ໄພແຜ່ນດິີນໄຫວຄັ້ງນີ້ເຮັດໃຫມີຜູ້ເສຍຊີວິດ 5 ຄົນ, ບາດເຈັບ 131 ຄົນ ແລະ ມີຫຼາຍກວ່າ 20.000 ຄົນໄດ້ຮັບຜົນກະທົບຈາກແຜ່ນດິນໄຫວເທື່ອນີ້.

 

    ເວລາ 8  ໂມງ 43 ນາທີ ວັນທີ 27 ກໍລະກົດນີ້, ຢູ່ເກາະລູຊອນໄດ້ເກີດແຜ່ນດິນໄຫວຄວາມແຮງ 7,0 ລິກເຕີ, ໃຈກາງແຜ່ນດິນໄຫວຢູ່ແຂວງອາບຣາ.