ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງເວທີປຶກສາຫາລືພັກຄອມມູນິດຈີນ-ພັກການເມືອງລັດທິມາກໂລກ

2022-07-29 11:29:38 cri


   ວັນທີ28ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງເວທີປຶກສາຫາລືພັກຄອມມູນິດຈີນ-ພັກການເມືອງລັດທິມາກໂລກ.

ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ປັດຈຸບັນ ການປ່ຽນແປງຢ່າງໃຫຍ່ທີ່ບໍ່ເຄີຍມີມາກ່ອນຂອງໂລກໃນຮອບ100ປີ ກຳລັງຂະຫຍາຍຕົວໄປຂ້າງໜ້າໄວຂຶ້ນກວ່າເກົ່າ,ມວນມະນຸດໄດ້ຢືນຢູ່ທາງສີ່ແຍກຂອງປະຫວັດສາດອີກຄັ້ງໜຶ່ງ. ການສືບຕໍ່ຊຸກຍູ້ໃຫ້ລັດທິມາກເຊື່ອມໂຍງເຂົ້າກັບປະເທດຕົນຕາມກະແສຂອງຍຸກສະໄໝ,ໃຊ້ແສງສະຫວ່າງຂອງສັດຈະທຳເຍືອງໃສ່ເສັ້ນທາງກ້າວເດີນໄປຂ້າງໜ້າຂອງມວນມະນຸດ, ເປັນໜ້າທີ່ຮັບຜິດຊອບຮ່ວມຂອງພັກການເມືອງລັດທິມາກ.

ເວທີປຶກສາຫາລືພັກຄອມມູນິດຈີນ-ພັກການເມືອງລັດທິມາກໂລກແມ່ນຈັດຂຶ້ນໂດຍຄະນະ ພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນ, ທ່ານຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ, ທ່ານດີອັສ ຄາເນີ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດກຸຍບາ ປະທານປະເທດກຸຍບາ ແລະ ທ່ານ ເຈນເນິຕີ ຈີວການົຟ ປະທານຄະນະກຳມະການສູນກາງພັກຄອມມູນິດສະຫະລັດຣັດເຊຍ ໄດ້ສົ່ງສານອວຍພອນໃຫ້ເວທີປຶກສາຫາລືດັ່ງກ່າວ.

   ມີຜູ້ແທນຂອງພັກການເມືອງລັດທິມາກແລະອົງການການເມືອງ100ກວ່າແຫ່ງທີ່ມາຈາກ 70ກວ່າປະເທດລວມທັງໝົດ300ກວ່າຄົນໄດ້ເຂົ້າຮ່ວມເວທີປຶກສາຫາລືຄັ້ງນີ້ຜ່ານທາງອອນລາຍ.