ທ່ານ ສີຈິ້ນຜິງ ໂອ້ລົມກັບທ່ານ ໂຈ ໄບເດັນ ຜ່ານທາງໂທລະສັບ

2022-07-29 09:44:22 cri

ຕອນຄ່ຳວັນທີ 28 ກໍລະກົດນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ໂອ້ລົມກັບທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາຜ່ານທາງໂທລະສັບຕາມການນັດໝາຍ. ປະມຸກລັດສອງປະເທດ ໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບສາຍພົວພັນຈີນ-ອາເມຣິກາ ແລະບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຢ່າງກົງໄປກົງມາ.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ທ່ວງທ່າສອງຢ່າງຄືຄວາມວຸ້ນວາຍ ແລະ ການປ່ຽນແປງຂອງໂລກໄດ້ຂະຫຍາຍຕົວກ້າວໄປຂ້າງໜ້າຢ່າງຕໍ່ເນື່ອງ, ການພັດທະນາ ແລະ ຄວາມໝັ້ນຄົງ ໄດ້ພົບອຸປະສັກຢ່າງບໍ່ຢຸດຢັ້ງ. ໂດຍຜະເຊີນໜ້າກັບໂລກໃນສະພາບການດັ່ງກ່າວ, ປະຊາຄົມໂລກ ແລະ ປະຊາຊົນບັນດາປະເທດລ້ວນແຕ່ຄອງຄອຍສອງປະເທດຈີນ ແລະ ອາເມຣິກາເສີມຂະຫຍາຍບົດບາດນຳພາ, ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ, ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງທົ່ວໂລກ.

ທ່ານ ສີຈິ້ນຜິງ ໄດ້ເຈາະຈົງບັນລະຍາຍຫຼັກໝັ້ນຫຼັກການຂອງຝ່າຍຈີນໃນບັນຫາໄຕ້ຫວັນ ໂດຍກ່າວເນັ້ນໜັກວ່າ: ພວກຂ້າພະເຈົ້າເດັດດ່ຽວຄັດຄ້ານການແບ່ງແຍກໃຫ້ໄຕ້ຫວັນເປັນເອກະລາດ ແລະ ການແຊກແຊງຂອງອິດທິກຳລັງພາຍນອກ, ເດັດດ່ຽວຈະບໍ່ໃຫ້ມີຊ່ອງວ່າງໃດໆໄວ້ໃຫ້ອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດໃນທຸກຮູບແບບ. ລັດຖະບານ ແລະ ປະຊາຊົນຈີນມີຫຼັກໝັ້ນໃນບັນຫາໄຕ້ຫວັນຢ່າງສະເໝີຕົ້ນສະເໝີປາຍ, ການທີ່ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງເດັດດ່ຽວນັ້ນ ແມ່ນຄວາມເຫັນອັນເດັດດ່ຽວຂອງປະຊາຊົນຈີນ 1,4 ຕື້ຄົນ. ຄວາມເຫັນຂອງປະຊາຊົນຈະລະເມີດບໍ່ໄດ້, ຜູ້ຫຼິ້ນໄຟຍ່ອມຈະໄໝ້ຕົນເອງ. ຫວັງວ່າຝ່າຍອາເມຣິກາຈະເຫັນແຈ້ງຕໍ່ຂໍ້ນີ້. ຝ່າຍອາເມຣິກາຄວນມີກິລິຍາວາຈາທີ່ເປັນເອກະພາບກັນໃນການປະຕິບັດຕາມຫຼັກການປະເທດຈີນດຽວ ພ້ອມດ້ວຍຖະແຫຼງການຮ່ວມຈີນ-ອາເມຣິກາ 3 ສະບັບ.

ທ່ານ ໂຈ ໄບເດັນ ກ່າວວ່າ: ການຮ່ວມມືລະຫວ່າງອາເມຣິກາ ກັບ ຈີນ ບໍ່ພຽງແຕ່ມີຜົນດີຕໍ່ປະຊາຊົນສອງຊາດເທົ່ານັ້ນ ຍັງມີຜົນດີຕໍ່ປະຊາຊົນປະເທດຕ່າງໆນຳອີກ. ຂ້າພະເຈົ້າຂໍກ່າວຢ້ຳຄືນວ່າ: ນະໂຍບາຍປະເທດຈີນດຽວຂອງອາເມຣິກາ ບໍ່ໄດ້ປ່ຽນແປງ ແລະຈະບໍ່ມີການປ່ຽນແປງ, ອາເມຣິກາບໍ່ສະໜັບສະໜູນໃຫ້ໄຕ້ຫວັນເປັນເອກະລາດ.

ປະມຸກລັດສອງປະເທດຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບວິກິດການອູແກຣນ ແລະບັນຫາອື່ນໆ, ທ່ານ ສີຈິ້ນຜິງ ໄດ້ກ່າວຢ້ຳຄືນຫຼັກໝັ້ນຫຼັກການຂອງຝ່າຍຈີນກ່ຽວກັບເລື່ອງນີ້.