ໄຂ້ເລືອດອອກລະບາດຢູ່ຫວຽດນາມ ມີຜູ້ເສຍຊີວິດ40ຄົນ

2022-07-29 11:40:23 cri

  ວັນທີ28ກໍລະກົດນີ້,ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກຫວຽດນາມສະແດງໃຫ້ເຫັນວ່າ: ໄຂ້ເລືອດອອກຢູ່ຫວຽດນາມໃນປີນີ້ ນັບມາຮອດວັນທີ27ກໍລະກົດນີ້ ຜູ້ຖືກບົ່ງມະຕິຕິດເຊື້ອພະຍາດນີ້ມີເຖິງ 125.000 ກໍລະນີ,ມີຜູ້ເສຍຊີວິດມີ40ຄົນ,ຜູ້ຕິດເຊື້ອເພີ່ມຂຶ້ນ184,3%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ,ສ່ວນຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ30ຄົນເມື່ອທຽບໄສ່ໄລຍະດຽວກັນຂອງປີກາຍ.

   ນະຄອນໂຮ່ຈີມິນ ເມືອງໃຫຍ່ກວ່າໝູ່ຂອງວຽດນາມແມ່ນເຂດທີ່ພະຍາດໄຂ້ເລືອດອອກແຜ່ລະບາດໜັກກວ່າໝູ່. ວັນທີ27ກໍລະກົດນີ້,ພະແນກສາທາລະນະສຸກນະຄອນໂຮ່ຈີມິນເປີດເຜີຍໃຫ້ຮູ້ວ່າ: ນັບລວມແລ້ວ ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດໄຂ້ເລືອດອອກຢູ່ນະຄອນໂຮ່ຈີມິນໃນປີນີ້ມີເຖິງ32.000ກໍລະນີ,ເພີ່ມຂຶ້ນເກືອບ4ເທົ່າເມື່ອທຽບໃສ່ເວລາດຽວກັນຂອງປີກາຍ, ຈຳນວນຜູ້ເສຍຊີວິດມີ16ຄົນ,ເພີ່ມຂຶ້ນ13ຄົນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

   ກະຊວງສາທາລະນະສຸກຫວຽດນາມສະເໜີໃຫ້ປະຊາຊົນຳນໃຊ້ມາດຕະການປ້ອງກັນລ່ວງໜ້າ ຄື: ກຳຈັດຍຸງລາຍເປັນຕົ້ນ,ຕ້ອງໄປພົບແພດໝໍທັນທີໃນເວລາເກີດມີອາການທີ່ກ່ຽວຂ້ອງ, ຢ່າປິ່ນປົວດ້ວຍຕົນເອງຢູ່ໃນເຮືອນ.