ຈີນເຕືອນໃຫ້ຍີ່ປຸ່ນຢ່າງເຂັ້ມງວດວ່າ:ຢ່າສົ່ງສັນຍານຢ່າງຜິດພາດໃຫ້ອິດທິກຳລັງແບ່ງແຍກ “ໄຕ້ຫວັນເປັນເອກະລາດ”

2022-07-30 14:39:15 CRI

 

ຕາມຂ່າວCRI:ກ່ຽວກັບເລື່ອງທີ່ອະດີດເຈົ້າໜ້າທີ່ຂັ້ນສູງຂອງຍີ່ປຸ່ນໄດ້ເດີນທາງໄປຢ້ຽມຢາມແຂວງໄຕ້ຫວັນຂອງຈີນ, ທ່ານຈ້າວລີ້ຈ່ຽນ, ໂຄສົກກະຊວງການຕ່າງ ປະເທດຈີນກ່າວຢູ່ນະຄອນຫຼວງປັກກິ່ງໃນວັນທີ 29 ກໍລະກົດນີ້ວ່າ, ຈີນເຕືອນ ໃຫ້ຍີ່ປຸ່ນຈົ່ງປະຕິບັດຕາມຄຳໝັ້ນສັນຍາກ່ຽວກັບບັນຫາໄຕ້ຫວັນຢ່າງເຂັ້ມງວດ, ຊຳລະແກ້ໄຂບັນຫາທີ່ກ່ຽວຂ້ອງຢ່າງສຸຂຸມຮອບຄອບ, ບໍ່ສົ່ງສັນຍານຢ່າງຜິດ ພາດໃຫ້ອິດທິ ແກ່ກຳລັງແບ່ງແຍກ ໄຕ້ຫວັນເປັນ ເອກະລາດ. ໄຕ້ຫວັນ ແມ່ນພາກສ່ວນໜຶ່ງທີ່ຖືກແບ່ງແຍກບໍ່ໄດ້ຂອງຜືນແຜ່ນດິນຈີນ.ຈີນເດັດດ່ຽວຄັດຄ້ານປະເທດທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນດຳເນີນການໄປມາຫາສູ່ກັນຢ່າງເປັນທາງການກັບເຂດໄຕ້ຫວັນດ້ວຍຮູບກາໃດໆ.