ໃນ 6 ເດືອນຕົ້ນປີນີ້, ການໝູນເດີນດ້ານການຄ້າຂອງຈີນມີທ່ວງທ່າຟື້ນຟູເປັນປົກກະຕິ ນຳໃຊ້ທຶນຕ່າງປະເທດ 723 ຕື້ 310 ລ້ານຢວນ

2022-07-30 14:53:21 cri


ວັນທີ 29 ກໍລະກົດນີ້, ກະຊວງການຄ້າຈີນຈັດກອງປະຊຸມຖະແຫຼງຂ່າວ, ເພື່ອແນະນຳວຽກງານດ້ານການຄ້າແລະສະພາບໝູນເດີນດ້ານການຄ້າຂອງຈີນໃນ 6 ເດືອນຕົ້ນປີນີ້. ຜູ້ຮັບຜິດຊອບທີ່ກ່ຽວຂ້ອງໃຫ້ຮູ້ວ່າ, ໃນ 6 ເດືອນຕົ້ນປີນີ້, ການໝູນເດີນດ້ານການຄ້າຂອງຈີນມີທ່ວງທ່າຟື້ນຟູເປັນປົກກະຕິ, ຕົວຊີ້ວັດຕົ້ນຕໍດ້ານການຄ້າມີຄວາມໝັ້ນທ່ຽງແລະຄ່ອຍສູງຂຶ້ນ. ໃນນັ້ນ, ຈຳນວນນຳໃຊ້ທຶນຕ່າງປະເທດ ໄດ້ບັນລຸເຖິງ 723 ຕື້ 310 ລ້ານຢວນ, ເຊິ່ງໄດ້ເຕີບໂຕ 17,4%.ການຮ່ວມມືດ້ານການລົງທຶນຕໍ່ຕ່າງປະເທດກໍ່ໄດ້ມີການພັດທະນາຢ່າງໝັ້ນທ່ຽງ.


ກ່ຽວກັບ ການທີ່ຈະເຮັດແນວໃດເພື່ອຍົກລະດັບການດຶງດູດທຶນຕ່າງປະເທດໃຫ້ສູງຂຶ້ນຕື່ມອີກໃນ 6 ເດືອນທ້າຍປີນີ້, ທ່ານ ເຊີນຊຸ່ນຈ່ຽງ, ຫົວໜ້າກົມທຶນຕ່າງປະເທດຂອງກະຊວງການຄ້າຈີນກ່າວວ່າ, ຈະເພີ່ມທະວີການແລກປ່ຽນເປັນປະຈຳກັບວິສາຫະກິດທຶນຕ່າງປະເທດແລະສະມາຄົມການຄ້າຕ່າງປະເທດ ໂດຍຜ່ານຮູບແບບຕ່າງໆ ເຊັ່ນ: ຈັດງານສົນທະນາ, ກອງປະຊຸມຜ່ານທາງວິດີໂອແລະອື່ນໆ, ເພື່ອຄົ້ນຄວ້ານະໂຍບາຍຢ່າງທັນການ, ຕັ້ງໜ້າຕອບສະໜອງຄວາມຮຽກຮ້ອງຕ້ອງການໃນດ້ານການອຳນວຍຄວາມສະດວກແກ່ການມາດຳເນີນທຸລະກິດຢູ່ຈີນຂອງວິສາຫະກິດທຶນຕ່າງປະເທດ.