ຈີນສຸມກຳລັງເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊິຟິກ ກັບປະເທດໃນພາກພື້ນ

2022-07-30 14:51:15 cri

ໃນເວລາເຂົ້າເຖິງບັນຫາດ້ານການຮ່ວມມືລະຫວ່າງຈີນກັບປະເທດອ້ອມແອ້ມ ໃນກອງປະຊຸມຂ່າວທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 29 ກໍລະກົດນີ້, ທ່ານຈ້າວລີ້ຈ່ຽນ, ໂຄສົກກະຊວງການຕ່າງປະເທດຈີນໃຫ້ຮູ້ວ່າ, ພາກພື້ນອາຊີປາຊິຟິກແມ່ນບ້ານເມືອງຮ່ວມຂອງຈີນແລະປະເທດອື່ນໆໃນພາກພື້ນນີ້. ຈີນຈະປະຕິບັດຕາມແນວຄິດລັດທິພາກພື້ນທີ່ເປີດປະຕູສູ່ພາຍນອກຢ່າງສະເໝີຕົ້ນສະເໝີປາຍ, ສຸມກຳລັງເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊິຟິກ ກັບປະເທດໃນພາກພື້ນ.


ຫວ່າງມໍ່ໆມານີ້, ການສ້າງເສັ້ນທາງລົດໄຟຄວາມໄວສູງ ຈາກາກຕາ-ບັນດຸງ ໄດ້ເຂົ້າໃນໄລຍະກໍ່ສ້າງລາງລົດໄຟຢ່າງຮອບດ້ານ, ເຂື່ອນໄຟຟ້ານ້ຳຕົກ ຄາຣົດ ປາກີສະຖານ ເລີ່ມໝູນເດີນຢ່າງຮອບດ້ານ. ພ້ອມກັນນັ້ນ, ການຊ່ວຍເຫຼືອງວດໃໝ່ຂອງຈີນຕໍ່ອາຟການິສະຖານ, ສີລັງກາແລະປະເທດອື່ນໆກໍ່ໄດ້ມອບຮັບແລ້ວ. ທ່ານຈ້າວລີ້ຈ່ຽນກ່າວວ່າ: “ຄືດັ່ງທ່ານ ວາງຢີ້ ທີ່ປຶກສາແຫ່ງລັດຈີນຊີ້ອອກ ໃນເວລາກ່າວປາຖະກະຖາຢູ່ກອງເລຂາອາຊຽນໃນຫວ່າງມໍ່ໆມານີ້, ຄື: ຍ້ອນຈີນໄດ້ຍຶດໝັ້ນປະຕິບັດຕາມແນວຄິດຢູ່ຮ່ວມກັນໂດຍສັນຕິ, ຍຶດໝັ້ນເປົ້າໝາຍສ້າງຄວາມຈະເລີນຮຸ່ງເຮືອງໂດຍຜ່ານການພັດທະນາ, ຍຶດໝັ້ນຫຼັກການເປັນເອກະລາດແລະເປັນເຈົ້າຕົນເອງ, ຍຶດໝັ້ນຈິດໃຈເປີດປະຕູແລະກວມລວມມາໂດຍຕະຫຼອດ, ສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງຈີນກັບປະເທດອ້ອມແອ້ມ ກໍ່ຄືປະເທດອາຊີປາຊິຟິກອື່ນໆ ຈຶ່ງສາມາດພັດທະນາກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງແລະໄວຂຶ້ນຢ່າງບໍ່ຢຸດຢັ້ງ. ເຊິ່ງໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາຂອງຝ່າຍຕາເວັນອອກແລະກຳລັງແຮງຂອງທະວີບອາຊີ, ກໍ່ແມ່ນການປະກອບສ່ວນສຳຄັນຕໍ່ການຟື້ນຟູການເຕີບໂຕຂອງເສດຖະກິດໂລກ.”