ທ່ານສີຈິ້ນຜິງສົ່ງໂທລະເລກສະແດງຄວາມເຫັນໃຈເຖິງປະທານາທິບໍດີຟີລິບປິນກ່ຽວກັບຟີລິບປິນປະສົບໄພແຜ່ນດິນໄຫວ

2022-07-31 10:22:27 cri

ວັນທີ 30 ກໍລະກົດ 2022 ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈເຖິງທ່ານເຟີດີນັດ ໂຣມົວເດັສ ມາຄົສ ປະທານາທິບໍດີຟີລິບປິນກ່ຽວກັບຟີລິບປິນປະສົບໄພແຜ່ນດິນໄຫວ

 

ເນື້ອໃນໂທລະເລກຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຮູ້ສຶກຕື່ນຕົກໃຈທີ່ໄດ້ຮູ້ຂ່າວກ່ຽວກັບຟີລິບປິນປະສົບໄພແຜ່ນດິນໄຫວ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ, ບາດເຈັບ ແລະປະສົບຄວາມເສຍຫາຍດ້ານຊັບສິນ, ຂ້າພະເຈົ້າຂໍຕາງໜ້າລັດຖະບານແລະປະຊາຊົນຈີນແລະໃນນາມສ່ວນຕົວ ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ ແລະສະແດງຄວາມເຫັນໃຈຢ່າງຈິງໃຈຕໍ່ຄອບຄົວຜູ້ເສຍຊີວິດແລະຜູ້ໄດ້ຮັບບາດເຈັບ. ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີມາຄົສ ແລະລັດຖະບານຟີລິບປິນ, ປະຊາຊົນຢູ່ເຂດປະສົບໄພຈະສາມາດເອົາຊະນະໄພພິບັດແລະສ້າງສາບ້ານເມືອງຄືນໃໝ່ໄດ້ຢ່າງແນ່ນອນ.