ກອງປະຊຸມພະຍາດເອດສໂລກຈັດຂຶ້ນຢູ່ການາດາ ຜູ້ແທນອາຟຣິກາຫຼາຍຮ້ອຍຄົນບໍ່ສາມາດເຂົ້າຮ່ວມກອງປະຊຸມໄດ້ຍ້ອນບັນຫາວີຊາ ຈົນເກີດການປະທ້ວງຂຶ້ນ

2022-07-31 15:10:41 CRI


ວັນທີ 29 ກໍລະກົດປີ 2022, ກອງປະຊຸມພະຍາດເອດສໂລກຄັ້ງທີ 24 ທີ່ຈະດຳເນີນເປັນເວລາ 5 ວັນໄດ້ຈັດຂຶ້ນຢູ່ປະເທດການາດາ. ນີ້ແມ່ນກອງປະຊຸມຂະໜາດໃຫຍ່ທີ່ສຸດຂອງໂລກກ່ຽວກັບພະຍາດເອດສ, ແມ່ນເວທີສາກົນອັນສຳຄັນເພື່ອຊຸກຍູ້ວຽກງານປ້ອງກັນ ແລະ ປິ່ນປົວພະຍາດເອດສ. ນັກວິທະຍາສາດ ແລະ ນັກເຄື່ອນໄຫວຂອງປະເທດຕ່າງໆໃນໂລກໄດ້ນຳໃຊ້ໂອກາດອັນລ້ຳຄ່ານີ້ເພື່ອຮ່ວມກັນປຶກສາຫາລືກ່ຽວກັບວຽກງານຕ້ານພະຍາດເອດສ. ແຕ່ໃນກອງປະຊຸມຄັ້ງນີ້, ພັດມີຜູ້ແທນອາຟຣິກາຫຼາຍຮ້ອຍຄົນບໍ່ສາມາດເຂົ້າຮ່ວມກອງປະຊຸມແບບເຊິ່ງໜ້າໄດ້ຕາມແຜນການ, ເຊິ່ງແມ່ນຍ້ອນນະໂຍບາຍດ້ານວີຊາທີ່ມີລັກສະນະຈຳແນກເຊື້ອຊາດຜິວພັນຂອງລັດຖະບານການາດາ.

 

ໃນພິທີເປີດກອງປະຊຸມ, ປະທານສະມາຄົມພະຍາດເອດສສາກົນກ່າວວ່າ, ກໍລະນີທີ່ຜູ້ເຂົ້າຮ່ວມກອງປະຊຸມເຊິ່ງລວມທັງສະມາຊິກສະມາຄົມພະຍາດເອດສສາກົນຈຳນວນຫຼວງຫຼາຍຖືກປະຕິເສດອອກວີຊາ ຫຼື ບໍ່ໄດ້ຮັບວີຊາຕາມເວລາກຳນົດນັ້ນ ເຮັດໃຫ້ຕົນຮູ້ສຶກຂັດຂ້ອງໃຈຫຼາຍ, ເພິ່ນເຫັນວ່າ ຢູ່ເບື້ອງຫຼັງທີ່ “ພົບອຸປະສັກດ້ານວີຊາ”ນັ້ນແມ່ນໄດ້ເຊື່ອງຊ້ອນບັນຫາລັດທິຈຳແນກເຊື້ອຊາດຜິວພັນຢ່າງໜັກໜ່ວງ.