ທ່ານສີຈິ້ນຜິງກ່າວວ່າ: ເສີມຂະຫຍາຍບົດບາດນຳໜ້າ ແລະ ຄ້ຳຊູຂອງຜູ້ມີຄວາມຮູ້ຄວາມສາມາດຕໍ່ພາລະກິດສ້າງກອງທັບໃຫ້ເຂັ້ມແຂງນັ້ນໃຫ້ມີປະສິດທິຜົນສູງກວ່າເກົ່າ

2022-07-31 14:54:48 CRI


 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95 ປີ, ຕອນບ່າຍວັນທີ 28 ກໍລະກົດ 2022ນີ້, ກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດການເຊື່ອມຊຶມລວມໝູ່ຄັ້ງທີ 41 ກ່ຽວກັບການລົງເລິກປະຕິບັດຍຸດທະສາດສ້າງກອງທັບໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດໃນຍຸກໃໝ່. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນເປັນປະທານຈັດການເຊື່ອມຊຶມ ແລະກ່າວຄຳປາໄສອັນສຳຄັນ, ໂດຍຕາງໜ້າສູນກາງພັກ ແລະຄະນະກຳມະການການທະຫານສູນກາງ, ສະແດງຄວາມຊົມເຊີຍວັນບຸນຕໍ່ນັກຮົບ ແລະຜູ້ບັນຊາການກອງທັບປົດປ່ອຍປະຊາຊົນທັງຫຼາຍ, ນາຍແລະພົນຕຳຫຼວດປະກອບອາວຸດ, ພະນັກງານວິຊາການໃນກອງທັບ, ແລະທະຫານລາດທີ່ເປັນກຳລັງໜູນ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ການປະຕິບັດຍຸດທະສາດສ້າງກອງທັບໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດໃນຍຸກໃໝ່, ຊຸກຍູ້ການຫັນປ່ຽນຮູບແບບການພັດທະນາ ແລະ ຍົກລະດັບຄຸນນະພາບ ໂຄງປະກອບ ແລະການຄຸ້ມຄອງເຈົ້າໜ້າທີ່ການທະຫານຢ່າງຮອບດ້ານ, ຝຶກຝົນຫຼໍ່ຫຼອມຜູ້ມີຄວາມຮູ້ຄວາມສາມາດດ້ານການທະຫານແບບໃໝ່ທີ່ມີຄຸນນະພາບສູງ ແລະ ແບບມືອາຊີບ, ມີຄຸນສົມບັດທີ່ດີ ແລະ ຄວາມສາມາດສູງ, ເຊິ່ງມີຄວາມໝາຍອັນສຳຄັນຕໍ່ການບັນລຸເປົ້າໝາຍການສ້າງກອງທັບໃຫ້ເຂັ້ມແຂງໃນຍຸກໃໝ່, ສ້າງກອງທັບຈີນໃຫ້ເປັນກອງທັບລະດັບແຖວໜ້າໃນໂລກຢ່າງຮອບດ້ານ. ຕ້ອງຈັດຕັ້ງປະຕິບັດເນື້ອໃນຈິດໃຈກອງປະຊຸມວຽກງານຜູ້ມີຄວາມຮູ້ຄວາມສາມາດຂັ້ນສູນກາງ, ເຮັດວຽກຂັ້ນຕອນຕໍ່ໄປຂອງກອງປະຊຸມວຽກງານຜູ້ມີຄວາມຮູ້ຄວາມສາມາດຂອງຄະນະກຳມະການການທະຫານສູນກາງໃຫ້ດີ, ລົງເລິກປະຕິບັດຍຸດທະສາດສ້າງກອງທັບໃຫ້ເຂັ້ມແຂງດ້ວຍຜູ້ມີຄວາມຮູ້ຄວາມສາມາດໃນຍຸກໃໝ່, ເສີມຂະຫຍາຍບົດບາດນຳໜ້າ ແລະ ຄ້ຳຊູຂອງຜູ້ມີຄວາມຮູ້ຄວາມສາມາດຕໍ່ພາລະກິດສ້າງກອງທັບໃຫ້ເຂັ້ມແຂງນັ້ນໃຫ້ມີປະສິດທິຜົນສູງກວ່າເກົ່າ.