ການອະນຸລັກສິ່ງແວດລ້ອມ ເປັນການຊຸກຍູ້ການພັດທະນາແບບສີຂຽວທີ່ມີຄຸນນະພາບສູງ

2022-08-01 11:05:20 cri

ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ! ທ່ານຜູ້ຟັງທີ່ຮັກແພງ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ “ເປີດປະຕູສູ່ເມືອງຈີນ.” ໃນລາຍການມື້ນີ້, ດວງພະຈັນຈະພາທ່ານໄປຊອກຮູ້ເລື່ອງກ່ຽວກັບແຫ່ງຕ່າງໆຂອງຈີນໃນການອອກແຮງຊຸກຍູ້ການອະນຸລັກສິ່ງແວດລ້ອມ ແລະ ການພັດທະນາແບບສີຂຽວທີ່ມີຄຸນນະພາບສູງ. ຕໍ່ໄປ, ພວກເຮົາມາຟັງເພງນຳກັນກ່ອນ, ແລ້ວກ້າວເຂົ້າສູ່ເລື່ອງລາວໃນມື້ນີ້ເລີຍ.

ເມື່ອຄົນຍົກຍ້າຍອອກແລ້ວ ນົກ ແລະ ປາກໍກັບຄືນມາ ນີ້ຄືການປ່ຽນແປງຂອງດອນຈີ້ໂຈ່ວໃໝ່

ດອນຈີ້ໂຈ່ວໃໝ່ຕັ້ງຢູ່ກາງແມ່ນ້ຳຢາງເຊຂອງນະຄອນນານກິ່ງ ສປ ເຊິ່ງແມ່ນໜຶ່ງໃນບັນດາເກາະດອນທີ່ຢູ່ໃນແມ່ນ້ຳດັ່ງກ່າວ, ເນື້ອທີ່ຂອງດອນຈີ້ໂຈ່ວໃໝ່ມີ 8,7 ຕາລາງກິໂລແມັດ. ໃນຖານະທີ່ເປັນສະຖານທີ່ອັນດັບໜຶ່ງຂອງແມ່ນ້ຳຢາງເຊທີ່ໄຫຼເຂົ້າສູ່ແຂວງຈ່ຽງຊູ່, ໃນໄລຍະ 10 ປີຜ່ານມາ, ດອນຈີ້ໂຈ່ວໃໝ່ໄດ້ປ່ຽນຈາກດອນນ້ອຍໆໃນແມ່ນ້ຳຢາງເຊທຳມະດາ ພັດທະນາມາເປັນຄັງຊີວະພາບອັນປະເສີດ. ການປ່ຽນແປງຂອງດອນນີ້ ໄດ້ສ່ອງແສງໃຫ້ເຫັນເຖິງການປ່ຽນແປງຂອງແມ່ນ້ຳຢາງເຊ. ປັດຈຸບັນ, ດອນນານກິ່ງຂອງແມ່ນ້ຳຢາງເຊພວມອອກແຮງສ້າງແຖບຊີວະພາບໃຫ້ເປັນສີຂຽວ, ແຖບການປ່ຽນແປງຮູບແບບການພັດທະນາ ແລະ ແຖບທິວທັດວັດທະນະທຳ. ພັດທະນາຄຸນຄ່າດ້ານຊີວະພາບຂອງແມ່ນ້ຳຢາງເຊທີ່ມີລັກສະນະປະດິດສ້າງໃໝ່ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງທີ່ຄວນໄດ້ຮັບ ແລະນໍາເອົາຄວາມຜາສຸກທີ່ມີລະດັບສູງຂຶ້ນມາໃຫ້ປະຊາຊົນຢ່າງບໍ່ຢຸດຢັ້ງ.

ດອນຈີ້ໂຈ່ວໃໝ່ໃນເມື່ອກ່ອນ ແມ່ນບ້ານໜຶ່ງທີ່ຂຶ້ນກັບຕາແສງຖົງຈິງ ເຂດຈ່ຽງຈິງ, ເມືີ່ອຮອດຍາມນ້ຳຂຶ້ນ, ຊາວບ້ານທັງຫຼາຍກໍຕ້ອງປ້ອງກັນການຂົ່ມຂູ່ຈາກໄພນ້ຳຖ້ວມ. ເດືອນພະຈິກປີ 2000, ເຂດຈ່ຽງນິງປະຕິບັດມາດຕະການ “ຍົກຍ້າຍຊາວບ້ານ ເພື່ອອະນຸລັກຊີວະພາບ” ໃຫ້ແກ່ຊາວບ້ານທີ່ອາໄສຢູ່ດອນຈີ້ໂຈ່ວໃໝ່ ແລະ ເລີ່ມປະຕິບັດມາດຕະການຟື້ນຟູຊີວະພາບ. ດອນຈີ້ໂຈ່ວໃໝ່ຈຶ່ງໄດ້ຍົກເລີກບົດບາດການຜະລິດ ແລະ ດຳລົງຊີວິດ.

ດອນຈີ້ໂຈ່ວໃໝ່ໃນປັດຈຸບັນ, ມີທາງສາຍໜຶ່ງຈາກທ່າເຮືອໄປເຖິງເຂດໃຈກາງຂອງດອນ; ມີຫ້ອງວາງສະແດງຊີວະນາໆພັນ ເຊິ່ງເປັນສິ່ງກໍສ້າງແຫ່ງໜຶ່ງທີ່ປົກຫຸ້ມດ້ວຍຜືນດິນ ແລະ ມີເຄິ່ງໜຶ່ງທີ່ຝັງຢູ່ໃຕ້ດິນ. ຫ້ອງວາງສະແດງນີ້ ເບິ່ງແລ້ວຄ້າຍຄືເນີນພູທີ່ມີພືດພັນອຸດົມສົມບູນປົກຫຸ້ມ; ນອກຈາກວຽກງານກ່ຽວກັບການຄົ້ນຄວ້າວິທະຍາສາດ ແລະ ການສຶກສາແລ້ວ, ບຸກຄະລາກອນຄົນອື່ນໆຖ້າບໍ່ມີຄວາມກ່ຽວຂ້ອງ ກໍບໍ່ສາມາດຂຶ້ນດອນແຫ່ງນີ້ໄດ້. ຄວາມພະຍາຍາມດັ່ງກ່າວ ກໍເພື່ອເຮັດໃຫ້ຜົນກທົບທີ່ມີຕໍ່ລະບົບນິແວດຂອງຄົນໃຫ້ຢູ່ໃນລະດັບຕ່ຳສຸດ.

ສິ່ງແວດລ້ອມດີຂຶ້ນແລ້ວຫຼືບໍ່, ນີ້ຄືຄໍາຖາມທີ່ຊາວບ້ານທັງຫຼາຍຖາມເຖິງ ແລະມີສ່ວນຮ່ວມໃນການປະກອບຄຳເຫັນຫຼາຍທີ່ສຸດ. ນັກຄົ້ນຄວ້າໄດ້ຕັ້ງສະຖານທີ່ຕິດຕາມຄຸ້ມຄອງຊີວະພາບ 69 ແຫ່ງໃນທົ່ວດອນ, ຜົນການຕິດຕາມສະແດງໃຫ້ເຫັນວ່າ: ນົກຊະນິດຕ່າງໆທີ່ມາອາໄສຢູ່ດອນຈີ້ໂຈ່ວໃໝ່ໄດ້ເພີ່ມຂຶ້ນເທື່ອລະກ້າວ ຄື ປີ 2016 ມີນົກ 103 ຊະນິດ, ປີ 2018 ເພີ່ມຂຶ້ນເປັນ 162 ຊະນິດ, ຮອດປີ 2021 ບັນລຸເຖິງ 208 ຊະນິດແລ້ວ. ໃນການສຳຫຼວດນົກໃນປີນີ້, ນັກຄົ້ນຄວ້າທັງຫຼາຍໄດ້ພົບເຫັນວ່າ ມີເປັດປ່າໜ້າຫຼາຍສີເຊິ່ງເປັນສັດອະນຸລັກລະດັບຊາດຂັ້ນສອງ ມີເຖິງໝື່ນກວ່າໂຕໄດ້ມາອາໄສຢູ່ແຫ່ງນີ້.

ທ່ານຫຼີ້ສວນເວີນ ຫົວໜ້າຫ້ອງການສູນຄຸ້ມຄອງດິນທາມລະດັບຊາດດອນຈີ້ໂຈ່ວໃໝ່ຂອງແມ່ນ້ຳຢາງເຊ ກ່າວວ່າ: ດອນຈີ້ໂຈ່ວໃໝ່ໃນປັດຈຸບັນ ບໍ່ພຽງແຕ່ເປັນສວນດິນທາມລະດັບຊາດແຫ່ງທຳອິດຂອງນະຄອນນານກິ່ງເທົ່ານັ້ນ ທັງຍັງເປັນສວນດິນທາມລະດັບຊາດ ປະເພດຫາດຊາຍຂອງແມ່ນ້ຳຢາງເຊແຫ່ງທຳອິດໃນທົ່ວປະເທດຈີນ, ໄດ້ກາຍເປັນ ບ້ານໃໝ່ຮ່ວມກັນຂອງສັດ ແລະ ພືດ.

 “ຖານະ” ຂອງຊາວປະມົງໄດ້ເກີດມີການປ່ຽນແປງ

ໃນຊີວິດທີ່ຜ່ານມາ, ທ່ານຢວີຈິ່ນຟ່າ ຊາວຍບ້ານເຂດຈ່ຽງນິງ ໂດຍສ່ວນໃຫຍ່ແລ້ວແມ່ນອາໄສຢູ່ເທິງໜ້ານ້ຳ; ເມື່ອອາຍຸ 16 ປີ, ທ່ານໄດ້ໄປເຮັດວຽກຢູ່ໂຮງເພາະພັນລູກປາຂອງສະມາຄົມຖົງຈິງເຂດຈ່ຽງນິງ ແລະກາຍເປັນຊາວປະມົງຜູ້ໜຶ່ງ. ຫຼັງຈາກນັ້ນ, ທ່ານໄດ້ຖືກສັບຊ້ອນໃຫ້ໄປເຮັດວຽກຢູ່ບໍລິສັດຂົນສົ່ງຈ່ຽງນິງ ທ່ານກໍຍັງອອກໄປຫາປາຄືເກົ່າ; ເມື່ອທ່ານມີອາຍຸ 33 ປີແລ້ວ, ທ່ານໄດ້ສະສົມເງິນທຶນ ແລ້ວໄດ້ຊື້ເຮືອຫາປາລຳທຳອິດ ແລະ ໄດ້ກາຍເປັນຊາວປະມົງຢ່າງເຕັມໂຕ.

ທ່ານ ຢວີຈິ່ນຟ່າ ເປັນຄົນຜິວດຳ, ຮູບຮ່າງຈ່ອຍ ແລະ ອ່າວສູງ. ທ່ານກ່າວວ່າ: “ໃນເມື່ອກ່ອນ, ວຽກງານຕົ້ນຕໍຂອງຊາວບ້ານດອນຈີ້ໂຈ່ວໃໝ່ ສ່ວນຫຼາຍກໍແມ່ນຫາປາ, ການດຳລົງຊີວິດຂອງຄອບຄົວທີ່ອາໄສຢູ່ແຄມແມ່ນ້ຳ ສ່ວນຫຼາຍກໍຕ້ອງຂຶ້ນກັບແມ່ນ້ຳຢາງເຊທັງນັ້ນ”

ປີ 2019, ນະຄອນນານກິ່ງຕັ້ງໜ້າຊີ້ນຳຊາວປະມົງປ່ຽນແປງອາຊີບ ແລະ ດຳເນີນທຸລະກິດດ້ວຍຕົນເອງ. ຮອດທ້າຍເດືອນຕຸລາປີ 2019, ຊາວປະມົງ 51 ຄອບຄົວ ລວມທັງທ່ານຢວີຈິ່ນຟ່າ ແລະວິສາຫະກິດໜຶ່ງແຫ່ງຂອງເຂດຈ່ຽງນິງ ລ້ວນແຕ່ຖືກຢຸດຕິການຫາປາ ແລ້ວຂຶ້ນມາດຳລົງຊີວິດຢູ່ເທິງບົກ. ເລີ່ມແຕ່ 0 ໂມງຂອງວັນທີ 1 ມັງກອນ ປີ 2020, ດອນຈ່ຽງນິງຂອງແມ່ນ້ຳຢາງເຊ ຖືກຫ້າມບໍ່ໃຫ້ຫາປາ ແລະ ການຜະລິດທີ່ເປັນພິດຕໍ່ລະບົບນິເວດ.

ທ່ານ ຢວີຈິ່ນຟ່າ ກ່າວວ່າ: ປັດຈຸບັນ ນ້ຳຂອງແມ່ນ້ຳໃສຂຶ້ນກວ່າເກົ່າ, ປາທໍາມະຊາດກໍຫຼາຍຂຶ້ນ, ສ່ວນປາຄາແມ່ນ້ຳຢາງເຊ ທີ່ຫາຍາກໃນເມືອກ່ອນກໍໄດ້ປາກົດເຫັນຢູ່ແມ່ນ້ຳຢາງເຊ. ການຢຸດຕິການຜະລິດເພື່ອຮັກສາຊີວະພາບເຮັດໃຫ້ແມ່ນ້ຳຢາງເຊ ແລະ ດອນຈີ້ໂຈ່ວໃໝ່ນັບມື້ນັບດີຂຶ້ນ.  ຜົນການສຳຫຼວດຂອງມະຫາວິທະຍາໄລນານກິ່ງສະແດງໃຫ້ເຫັນວ່າ: ຈຳນວນປາ ຄາແມ່ນ້ຳຢາງເຊ ເຊິ່ງເປັນສາຍພັນທີ່ໃກ້ຈະສູນພັນ ທີ່ອາໄສຢູ່ໃນແມ່ນນ້ຳຢາງເຊຕອນນະຄອນນານກິ່ງ ຈາກ 20 ກວ່າໂຕກ່ອນນີ້ 5 ປີ ໄດ້ເພີ່ມຂຶ້ນເປັນ 50 ກວ່າໂຕໃນປັດຈຸບັນ.

ຫວ່າງກ່ອນນີ້ບໍ່ດົນ, ທ່ານ ຢວີຈິ່ນຟ່າ ໄດ້ເຂົ້າເປັນສະມາຊິກ “ສະຫະພັນຜູ້ເຝົ້າຮັກສາແມ່ນ້ຳຢາງເຊ” ທີ່ເຂດຊຸມຊົນໄດ້ລິເລີ່ມສ້າງຕັ້ງຂຶ້ນ. ຈາກຜູ້ຫາປາປ່ຽນມາເປັນຜູ້ຮັກສາບໍ່ໃຫ້ຫາປາ, ຖານະຂອງທ່ານເກີດມີການປ່ຽນແປງແລ້ວ ແຕ່ວ່າ ຄວາມຊິນເຄີຍຂອງທ່ານບໍ່ມີການປ່ຽນແປງ. ຍາມຕື່ນນອນຕອນເຊົ້າແລ້ວ, ທ່ານຈະສັງເກດ ສະພາບດິນຟ້າອາກາດ ແລະ ຄາດຄະເນລະດູການວ່າເປັນແນວໃດ, ແລ້ວກໍຈະຂີ່ລົດຈັກໄຟຟ້າ ເພື່ອລາດຕະເວນຢູ່ຕາມແຄມຟັງແມ່ນ້ຳຢາງເຊ, ຖ້າວ່າໄດ້ພົບເຫັນມີຜູ້ໃດຕຶກເບັດ ທ່ານກໍໄປຫ້າມ.

ຕາມຂ່າວແຈ້ງວ່າ: “ສະຫະພັນຜູ້ເຝົ້າຮັກສາແມ່ນ້ຳຢາງເຊ” ມີໜ່ວຍລາດຕະເວນ ແລະ ໜ່ວຍເຮັດອະນາໄມຢູ່ຕາມແມ່ນ້ຳທັງໝົດມີ 6 ໜ່ວຍງານ, ມີອາສາສະໝັກຄ້າຍຄືທ່ານຢວີຈິ່ນຟ່າຫຼາຍກວ່າ 600 ຄົນ. ເຂົາເຈົ້າໄດ້ລາດຕະເວນຢູ່ຕາມແມ່ນ້ຳຢາງເຊຕອນເຂດຈ່ຽງນິງທັງໝົດ 19,08 ກິໂລແມັດເປັນປະຈຳ ແຕ່ 6 ໂມງເຊົ້າ ຫາ 6 ໂມງແລງ.

ຈາກການຮື້ຖອນວິສາຫະກິດອຸດສາຫະກຳເຄມີ ທີ່ຕັ້ງຢູ່ຕາມແຄມຟັງແມ່ນ້ຳຢາງເຊຢ່າງຫຼວງຫຼາຍ ຮອດການພັດທະນາແບບສີຂຽວ

ໃນເມື່ອກ່ອນ, ຢູ່ຕາມແຄມແມ່ນ້ຳຢາງເຊມີໂຮງງານເຄມີຫຼາຍແຫ່ງ, ສົ່ງຜົນເຮັດໃຫ້ແຄມຝັ່ງແມ່ນ້ຳຢາງເຊຕອນເຂດຈ່ຽງນິງໄດ້ກີດມົນລະພິດຢ່າງໜັກໜ່ວງ. ເລີ່ມແຕ່ປີ 2019 ເປັນຕົ້ນມາ, ໃນດ້ານໜຶ່ງ, ເຂດຈ່ຽງນິງເລີ່ມປັບປຸງມົນລະພິດ, ລວມທັງໄດ້ປັບປຸງ, ທຳລາຍ ແລະ ຮື້ຖອນວິສາຫະກິດທີ່ປ່ອຍມົນລະພິດຢູ່ຕາມແຄມແມ່ນ້ຳຢາງເຊຕອນເຂດຈ່ຽງນິງ  52 ແຫ່ງ, ກວມເນື້ອທີ່ 8,5 ເຮັກຕາແມັດ. ອີກດ້ານໜຶ່ງ, ໄດ້ປັບປຸງລະບົບນິເວດໃຫ້ດີຂຶ້ນ, ທັງປູກຕົ້ນໄມ້ໃຫ້ເປັນສີຂຽວຫຼາຍກວ່າ 1.200 ເຮັກຕາ, ແຄມແມ່ນ້ຳຢາງເຊຕອນເຂດຈ່ຽງນິງ 19,08 ກິໂລແມັດໄດ້ເກີດມີການປ່ຽນແປງຢ່າງໃຫຍ່ຫຼວງ.

ເມື່ອກ້າວເຂົ້າສູ່ສວນອຸທິຍານການຜະລິດແບບອັດສະລິຍະແຄມແມ່ນ້ຳເຄີ່ຢວນ ທີ່ຕັ້ງຢູ່ແຄມແມ່ນ້ຳຢາງເຊຕອນເຂດຈ່ຽງນິງ, ເຄື່ອງຫ້ອນໄຟຟ້າຖືກຜະລິດອອກຈາກສາຍການຜະລິດແລ້ວ, ກໍຈະມີລະບົບກວດກາດ້ວຍລັງສີວິທະຍາອັດຕະໂນມັດ ແລະ ກວດກາຄຸນນະພາບແບບອັດຕະໂນມັດ. ພ້ອມກັນນັ້ນ, ສັນຍານວິດີໂອການຜະລິດດັ່ງກ່າວຖືກສົ່ງໄປເຖິງສູນຄວບຄຸມດີຈີຕອນ, ພະນັກງານສາມາດຄວບຄຸມ ແລະ ຊຳລະວຽກງານຕ່າງໆດ້ວຍວິດີໂອເຫຼົ່ານີ້.

ທ່ານຊຸນຈຸ້ນ ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງວິສາຫະກິດແນະນຳວ່າ: “ວຽກງານທີ່ຕ້ອງການພະນັກງານ 200 ຫາ 300 ຄົນໃນເມື່ອກ່ອນ, ປັດຈຸບັນ, ສາມາດດຳເນີນງານນດ້ວຍພະນັກງານບໍ່ຮອດ 50 ຄົນ.” ໂຮງງານໄດ້ຕິດຕັ້ງ ແລະ ນຳໃຊ້ລະບົບການຜະລິດອັດຕະໂນມັດ, ອຸປະກອນກວດກາອັດຕະໂນມັດ, ອຸປະກອນຈັດວາງສາງ ແລະ ການຈະລາຈອນຜະລິດຕະພັນແບບອັດສະລິຍະແລະອື່ນໆ. ພ້ອມກັນນັ້ນ, ຜະລິດຕະພັນແລະ ແຜນການຄວບຄຸມອຸດສາຫະກຳແບບອັດຕະໂນມັດ ແລະ ແບບດີຈີຕອນຂອງວິສາຫະກິດ ກໍໄດ້ຮັບໃຊ້ວິສາຫະກິດແຄມແມ່ນ້ຳແມ່ນ້ຳຢາງເຊຕອນເຂດຈ່ຽງນິງເຊັ່ນກັນ.

ເຈົ້າໜ້າທີ່ທີ່ກ່ຽງຂ້ອງຂອງເຂດຈ່ຽງນິງ ແນະນຳໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວເຂດຈ່ຽງນິງໄດ້ສ້າງກຸ່ມອຸດສາຫະກຳທີ່ມີທ່າແຮງ 5 ກຸ່ມ ຄື ເຄືອຂ່າຍໄຟຟ້າອັດສະລິຍະ, ເຕັກນິກຂໍ້ມູນຂ່າວສານລຸ້ນໃໝ່, ລົດທີ່ໃຊ້ພະລັງງານໃໝ່, ອຸປະກອນອັດສະລິຍະທີ່ມີເຕັກນິກສູງແລະໃໝ່, ການປະຢັດພະລັງງານ ແລະ ການອະນຸລັກສິ່ງແວດລ້ອມແບບໃໝ່. ໃນຖານະທີ່ເປັນສະຖານທີ່ແຫ່ງທຳອິດຂອງແມ່ນ້ຳຢາງເຊທີ່ໄຫຼເຂົ້າສູ່ນະຄອນນານກິ່ງ, ການປ່ຽນແປງຂອງດອນຈີ້ໂຈ່ວໃໝ່ ທັງເປັນພາບລວມຂອງນະຄອນນານກິ່ງ ຈາກການດຳລົງຊີວິດດ້ວຍການອາໄສແມ່ນ້ຳຢາເຊຫຼາຍເກີນໄປ, ຈົນຮອດການເຝົ້າຮັກສາແມ່ນ້ຳຢາງເຊ ແລະ ການອະນຸລັກສິ່ງແວດລ້ອມຂອງແມ່ນ້ຳຢາງເຊ, ທັງໄດ້ສະແດງໃຫ້ເຫັນເຖິງການປະຕິບັດ "ການຮ່ວມມືຂອງແຖບເສດຖະກິດແມ່ນ້ຳຢາງເຊ" ຂະບວນການປະຫວັດສາດແຫ່ງການພັດທະນາທີ່ມີຄຸນນະພາບສູງຂອງ "ການປົກປັກຮັກສາຄັ້ງຍິ່ງໃຫຍ່ ແລະການປ່ຽນແປງຄັ້ງຍິ່ງໃຫຍ່"ຂອງແລວທາງເສດຖະກິດຕາມແມ່ນ້ຳຢາງເຊ.

ທ່ານຫຼີ້ສວນເວີນ ໄດ້ກ່າວຕໍ່ນັກຂ່າວວ່າ: ຫວ່າງມໍ່ໆມານີ້, ສວນດິນທາມລະດັບຊາດດອນຈີ້ໂຈ່ວໃໝ່ໄດ້ສະເໜີຂໍຂຶ້ນທະບຽນເປັນ “ດິນທາມສຳຄັນສາກົນ” ຢ່າງເປັນທາງການ, ບາດກ້າວຕໍ່ໄປຈະເຊື່ອມໂຍງເຂົ້າກັບ “ສວນສາທາລະນະວັດທະນະທຳແຫ່ງຊາດຂອງແມ່ນ້ຳຢາງເຊ”, ເພື່ອສ້າງເຂດອະນຸລັກສິ່ງແວດລ້ອມ ແລະ ຊີວະນານາພັນ.

ທ່ານຜູ້ຟັງທີ່ຮັກແພງ, ລາຍການທີ່ທ່ານກຳລັງຮັບຟັງຢູ່ນີ້ແມ່ນລາຍການ “ເປີດປະຕູສູ່ເມືອງຈີນ” ຂອງ CRI-FM93Mhz, ດວງພະຈັນໄດ້ແນະນຳສະພາບການພັດທະນາໃໝ່ດ້ວຍການອະນຸລັກສິ່ງແວດລ້ອມຂອງດອນຈີ້ໂຈ່ວໃໝ່ນະຄອນນານກິ່ງ, ຕໍ່ໄປດວງພະຈັນຈະສືບຕໍ່ແນະນຳເລື່ອງລາວກ່ຽວກັບໜອງເອີໄຫແຂວງຢຸນນານສູ່ທ່ານຟັງ.

ໃນຊຸມປີ 1990, ໜອງເອີໄຫທີ່ເຄີຍສວຍສົດງົດງາມທີ່ສຸດໄດ້ເກີດສະພາບນໍ້າເສຍສອງເທື່ອ, ຄຸນນະພາບນ້ຳຊຸດໂຊມລົງເຮັດໃຫ້ມວນຊົນເປັນຫ່ວງນຳຫຼາຍ. ປັດຈຸບັນ, ຄຸນນະພາບນ້ຳຂອງໜອງເອີໄຫໃນປີ 2020 ແລະປີ 2021 ໄດ້ບັນລຸຄຸນນະພາບດີເປັນ 2 ປີລຽນຕິດ, ໂສມໜ້າແຫ່ງການປ່ຽນແປງໂຄງປະກອບການພັດທະນາແບບສີຂຽວ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກຜູ້ມີຄວາມຮູ້ຄວາມສາມາດ, ເຕັກນິກວິທະຍາສາດ ແລະ ອຸດສາຫະກຳກໍພວມດຳເນີນໄປເທື່ອລະກ້າວ.

ນັກວິຊາການລະດັບປະລິຍາເອກກໍາລັງຄົ້ນຄວ້າປັບປຸງໜອງເອີໄຫ, ເພິ່ນຈ້ອນຂາໂສ້ງພຽງຫົວເຂົ່າ, ເບັດໜ້າໄປທີ່ທົ່ງນາ ແລະ ກວດກາເບິ່ງກ້າໃນມືຂອງຕົນຢ່າງລະມັດລະວັງ. ໃນນາທົດລອງປູກເຂົ້າຜືນໜຶ່ງ ຢູ່ບ້ານກູເຊີງເມືອງຕ້າຫຼີ້ທີ່ໃກ້ກັບໜອງເອີໄຫ, ນັກສຶກສາສິບກວ່າຄົນພວມດຳນາຮ່ວມກັນກັບຊາວນາທັງຫຼາຍ.

ນັກສຶກສາເຫຼົ່ານີ້ມາຈາກມະຫາວິທະຍາໄລກະສິກຳຈີນ, ມະຫາວິທະຍາໄລກະສິກຳຢຸນນານ ແລະ ໂຮງຮຽນຊັ້ນສູງອື່ນໆ. ພາຍຫຼັງສຳເລັດການຮຽນທິດສະດີ ແລະ ຄວາມຮູ້ຕ່າງໆແລ້ວ, ຈໍານວນໜຶ່ງໄດ້ຖືກສົ່ງມາປະຈຳຢູ່ພາກສະໜາມເຕັກນິກວິທະຍາສາດບ້ານກູເຊີງ ເຊິ່ງເປັນພາກສະໜາມ ທີ່ຄົ້ນຄວ້າກ່ຽວກັບການປ່ຽນແປງໂຄງປະກອບການພັດທະນາແບບສີຂຽວດ້ານກະສິກຳຂອງໜອງເອີໄຫເປັນໄລຍະຍາວ.

ພາກສະໜາມດັ່ງກ່າວ ໄດ້ສ້າງຕັ້ງຂຶ້ນເມື່ອປີ 2022, ທ່ານຈ່າງຝູໂຊ ສະມາຊິກສະຖາບັນວິສະວະກຳຈີນພ້ອມດ້ວຍຄະນະ ໄດ້ພານັກສຶກສາທັງຫຼາຍດຳເນີນການສຳຫຼວດຄົ້ນຄວ້າຢູ່ທົ່ງນາຜືນນີ້, ເຂົ້າໄປເຖິງຫົວໜ່ວຍວິສະຫະກິດ ແລະ ຫົວໜ່ວຍຄອບຄົວ ເພື່ອແກ້ໄຂຄວາມຂັດແຍ້ງກັນດ້ານການບົວລະບັດໜອງເອີໄຫ ກັບການພັດທະນາກະສິກຳ.

ທ່ານ ຫຼີ້ເວີນຊາວ ຮອງສາສະດາຈານຂອງມະຫາວິທະຍາໄລກະສິກຳແຂວງເຫີເປີຍກ່າວວ່າ: “ແຕ່ກ່ອນ, ພວກເຮົາຮູ້ພຽງແຕ່ວ່າ ນ້ຳເສຍຈາກທົ່ງນາ ແລະ ໝູ່ບ້ານໃນຊົນນະບົດ ທີ່ເກີດຂຶ້ນຫຼັງຈາກຝົນຕົກ ແລ້ວໄຫຼເຂົ້າສູ່ໜອງເອີໄຫກໍຈະເກີດມົນລະພິດ, ແຕ່ບໍ່ຮູ້ຈະແຈ້ງວ່າ ນ້ຳເປື້ອນມາຈາກໃສ. ດຽວນີ້, ພວກເຮົາໄດ້ສ້າງເຄືອຂ່າຍຕິດຕາມແຫຼ່ງມົນລະພິດຢ່າງຮອບດ້ານຢູ່ເຂດກູເຊີງ, ພ້ອມດຽວກັນນັ້ນກໍໄດ້ຕິດຕາມຂະບວນການໄຫຼຂອງນໍ້າໃນເວລາຝົນຕົກ.” ທ່ານຫຼີ້ເວີນຊາວ ກ່າວວ່າ: “ປັດຈຸບັນ, ພວກເຮົາໄດ້ຮູ້ແລ້ວວ່າ ມົນລະຜິດຂອງເຂດກູເຊີງເກີດຈາກບ່ອນໃດ ແລະ ຈະໄຫຼໄປສູ່ທິດທາງໃດ, ນອກນີ້ພວກເຮົາຍັງໄດ້ຮູ້ລັກສະນະແຈກຢາຍ ແລະອັດຕາສ່ວນຂອງສິ່ງທີ່ເປັນມົນລະຜິດ, ນີ້ແມ່ນພື້ນຖານທີ່ພວກເຮົາຈະໄດ້ຄົ້ນຄວ້າແຫຼ່ງມົນລະຜິດຂອງໜອງເອີໄຫຢ່າງຖືກຕ້ອງໃນບາດກ້າວຕໍ່ໄປ.”

ໃນຂະນະທີ່ບົວລະບັດມົນລະຜິດ, ການພັດທະນາກໍບໍ່ຄວນຊ້າລົງ. ໃນໄລຍະຜ່ານມາ, ຊາວກະສິກອນທັງຫຼາຍໄດ້ປູກຜັກທຽມ, ໄດ້ຫົດນ້ຳ ແລະ ໃສ່ປຸ໋ຍຫຼາຍເກີນໄປ ສົ່ງຜົນເຮັດໃຫ້ເກີດມົນລະພິດຢ່າງໜັກໜ່ວງ. ອົງການປົກຄອງທ້ອງຖິ່ນໄດ້ຫ້າມບໍ່ໃຫ້ປູກຜັກທຽມແລ້ວ, ນອກນັ້ນຍັງມີອຸດສາຫະກຳຫຼາຍຢ່າງຖືກຈຳກັດ.

ທ່ານສີວຈິວລ້ຽງ ຮອງສາສະດາຈານຂອງມະຫາວິທະຍາໄລກະສິກຳຈີນກ່າວວ່າ: “ພວກເຮົາໄດ້ຄົ້ນຄວ້າ ແລະ ຜະລິດປຸ໋ຍອັດສະລິຍະແບບສີຂຽວ ເພື່ອຫຼຸດຜ່ອນການໃຊ້ປຸ໋ຍ ແລະຕົ້ນທຶນ, ສາມາດຫຼຸດຜ່ອນໄດ້ເຖິງ 30% ຂຶ້ນໄປຕໍ່ 1 ໄລ່ຈີນ. ນອກນີ້ພວກເຮົາໄດ້ດຳເນີນການທົດລອງປູກເຂົ້າອິນຊີແບບສີຂຽວ, ປັບປຸງຮູບການປູກເຂົ້າແບບເກົ່າ ເຊັ່ນ ‘ປູກເຂົ້າ ແລະ ຜັກກາດນ້ຳມັນຮ່ວມກັນ’ ແລະອື່ນໆໃຫ້ດີຂຶ້ນ. ຄາດວ່າ ເມື່ອປູກເຂົ້າແບບໃໝ່ແລ້ວ ໜຶ່ງປີຈະບັນລຸມູນຄ່າຜົນຜະລິດ 150.000 ຢວນຕໍ່ເຮັກຕາ, ເຮັດໃຫ້ຊາວບ້ານມີລາຍຮັບເພີ່ມຂຶ້ນ.”

ເຮືອບິນບໍ່ມີຄົນຂັບປົກປັກຮັກສາໜອງເອີໄຫ ແລະ ໝາດີຈີຕອນລາດຕະເວນພູເຂົາ

ວິດີໂອຈະຖ່າຍທຳດ້ວຍໝາດີຈີຕອນທີ່ສາມາດລາດຕະເວນໃນທຸກພູມສັນຖານດ້ວຍ 360 ອົງສາ, ລົດທ່ອງທ່ຽວທີ່ບໍ່ມີຄົນຂັບ ສາມາດແລ່ນໄປມາໄດ້ຢ່າງສະໝໍ່າສະເໝີ, ນີ້ແມ່ນສະພາບທີ່ນັກຂ່າວເຫັນຢູ່ສະຖາບັນຄົ້ນຄວ້າຕ້າຫຼີ ດ້ວຍການປະດິດສ້າງໃໝ່ຂອງເຕັກນິກ 5G ລະດັບອຸດສາຫະກຳ.

ທ່ານສີວຊຸນຢົງ ຮອງຫົວໜ້າສະຖານບັນຄົ້ນຄວ້າດັ່ງກ່າວແນະນຳວ່າ: ເລີ່ມແຕ່ຫົກເດືອນທ້າຍປີ 2021 ເປັນຕົ້ນມາ, ສະຖາບັນຂອງຕົນພວມຄົ້ນຄວ້າປະດິດສ້າງເຕັກນິກລະບົບ 5G ທີ່ໃຊ້ເຂົ້າໃນອຸດສາຫະກຳຕ່າງໆ ເຊັ່ນ ເຮືອບິນທີ່ບໍ່ມີຄົນຂັບ, ໝາດີຈີຕອນ, ເຮືອບໍ່ມີຄົນຂັບແລະອື່ນໆ ເພື່ອໃຊ້ຢູ່ໜອງເອີໄຫທີ່ມີເນື້ອທີ່ 370 ຕາລາງກິໂລແມັດ.

ທ່ານສິວຊຸນຢົງ ກ່າວຕື່ມວ່າ: “ແຕ່ກ່ອນ, ໜອງເອີໄຫເຄີຍມີສະພາບການລັກຫາປາໃນຍາມກາງຄືນ, ຕອນກາງຄືນມີລົມແຮງ ແລະຄື້ນຟອງໃຫຍ່ ທັງເປັນໄລຍະເວລາທີ່ຄົນເຮົາຕ້ອງການພັກຜ່ອນຫຼາຍທີ່ສຸດ, ເວລາຂັບເຮືອຕິດຕາມ ຫຼືຂັບໄລ່ຜູ້ລັກລອບຫາປາແມ່ນເລື່ອງອັນຕະລາຍຫຼາຍ. ພາຍຫຼັງເຮືອບໍ່ມີຄົນຂັບໄດ້ຖືກນຳມາໃຊ້ ແລະປະສິດທິພາບດ້ານການປະຕິບັດກົດໝາຍໄດ້ຍົກສູງຂຶ້ນແລ້ວ, ຜູ້ລັກລອບຫາປາກໍນັບມື້ນັບໜ້ອຍລົງ.”

ເຕັກນິກຕ່າງໆ ໄດ້ຊ່ວຍຄົນເຮົາຮັບມືກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນປ່າໄມ້ທີ່ມີພູມສັນຖານທຸລະກັນດານ, ໝາດີຈີຕອນກໍສາມາດຍ່າງ, ແລ່ນແລະເຕັ້ນໄດ້ຢ່າງສະດວກ, ໂດດຂ້າມຮ່ອງນ້ຳແລະຂຶ້ນຄ້ອຍ... ເມື່ອພົບເສັ້ນທາງທີ່ມີກ້ອນຫີນ ແລະຂີ້ຕົມ, ຖ້າມັນລົ້ມລົງແລ້ວ, ກໍຍັງສາມາດລຸກຂຶ້ນດ້ວຍຕົນເອງ. ນອກນັ້ນ, ຖ້າວ່າເກີດສະພາບການທີ່ຜູ້ຄວບຄຸມບັນຊາບໍ່ຖືກຕ້ອງ ຫຼືວ່າຜະເຊີນກັບຄວາມສ່ຽງ, ໝາດີຈີຕອນຍັງຈະເຕືອນວ່າ: “ກະລຸນາໃສ່ໝວກກັນໄພ” ເພື່ອເຮັດໃຫ້ຜູ້ດູແລ ເພີ່ມຄວາມລະມັດລະວັງ.

ພ້ອມກັນນັ້ນ, ເຕັກນິກວິທະຍາສາດໄດ້ຍົກສູງລະດັບການຕິດຕາມ ແລະ ການປູກຝັງໃນໜອງເອີໄຫ. ເຮືອບໍ່ມີຄົນຂັບແລ່ນຮອດສະຖານທີ່ຕິດຕາມແລ້ວ, ຫຸ່ນຍົນມຸດນໍ້າສາມາດຖ່າຍພາບ ແລະ ວິດີໂອຢູ່ໃຕ້ນໍ້າ ເພື່ອສະສົມຂໍ້ມູນກ່ຽວກັບຄຸນນະພາບນ້ຳ. ສ່ວນພະນັກງານພຽງແຕ່ບັນຊາເຮືອບໍ່ມີຄົນຂັບຢູ່ຫ້ອງບັນຊາ, ປັບປຸງທາງເດີນເຮືອ ແລະ ທິດທາງການຖ່າຍພາບ ແລະ ວິດີໂອກໍພໍແລ້ວ.

ທ່ານຢວນຢາວ ທີ່ຮຽນຈົບປະລິຍາເອກຈາກສະຖາບັນເຕັກໂນໂລຊີຄອມພິວເຕີຂອງສະພາບັນດິດວິທະຍາສາດຈີນກ່າວວ່າ: “ຖ້າຢາກອະນຸລັກພືດນ້ຳ, ພວກເຮົາຄວນສຶກສາຄົ້ນຄວ້າພືດນ້ຳກ່ອນ, ໃນເມື່ອກ່ອນ, ພວກເຮົາເຄີຍຕັດພືດນ້ຳດ້ວຍຕົນເອງ. ປັດຈຸບັນ, ຫຸ່ນຍົນມຸດນໍ້າທີ່ອອກແບບບົນພື້ນຖານເຕັກນິກ 5G ສາມາດເຂົ້າມາຕັດພືດນ້ຳແທນຄົນແລ້ວ, ພ້ອມກັນນັ້ນ ຍັງສາມາດສົ່ງຂໍ້ມູນໄດ້ໃນເວລາທີ່ຕ້ອງການ. ສິ່ງເຫຼົ່ານີ້ໄດ້ຍົກສູງຄວາມຖືກຕ້ອງແມ່ນຢຳ ແລະ ປະສິດທິພາບດ້ານການຕິດຕາມ ທັງໄດ້ຫຼຸດຕົ້ນທຶນດ້ານແຮງງານໃຫ້ໜ້ອຍລົງອີກດ້ວຍ.”

ພິຈາລະນາຜົນທາງບວກ ແລະ ທາງລົບໃນການພັດທະນາອຸດສາຫະກຳໃຫ້ດີ

ສຳລັບການອະນຸລັກໜອງເອີໄຫແລ້ວ ກໍມີບັນຫາທັງ “ທາງບວກ ແລະ ທາງລົບ” ເຊັ່ນກັນ. ໃນໄລຍະປະຕິບັດ “ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 13” ຂອງຈີນ, ເຂດໜອງເອີໄຫໄດ້ປິດ ແລະຍົກຍ້າຍຟາມລ້ຽງສັດຂະໜາດໃຫຍ່ 46 ແຫ່ງ, ໂຮງງານຊີມັງ 3 ແຫ່ງ, ຮ້ານອາຫານ ແລະ ບ້ານພັກ 2400 ກວ່າແຫ່ງໄດ້ຖືກສັ່ງໂຈະເປັນການຊົ່ວຄາວ. ພ້ອມກັນນັ້ນ, ແຂວງຢຸນນານໄດ້ເລັ່ງລັດບາດກ້າວໃຫ້ເມືອງຕ້າຫຼີ, ເມືອງສຽງຢຸນ ແລະ ເມືອງເວີ້ຍຊ່ານເຊື່ອມໂຍງເຂົ້າກັນ ແລະຍົກຍ້າຍປະຊາກອນ ແລະ ອຸດສາຫະກຳຢູ່ເຂດໜອງເອີໄຫໄປສູ່ເມືອງສຽງຢຸນ ແລະ ເມືອງເວີ້ນຊ່ານທີ່ຢູ່ນອກເຂດໜອງເອີໄຫ.

ພາຍໃຕ້ທ້ອງຟ້າສີຄາມ ແລະເມກສີຂາວທີ່ສວຍງາມ, ຢູ່ເທິງດິນແດນທີ່ກວ້າງສຸດສາຍຕາ, ມີສຽງເຄື່ອງຈັກດັງຮຶ້ມໆ, ມີລົດໄປໆມາໆ, ມີທໍ່ນ້ຳ ແລະທໍ່ສົ່ງແກັສທຳມະຊາດທີ່ຕັ້ງຂຶ້ນຢູ່ເທິງໜ້າດິນ.  ຢູ່ເຂດສວນອຸດສາຫະກຳສຽງຢຸນ, ໂຄງການກໍ່ສ້າງຕ່າງໆພວມດໍາເນີນໄປຢ່າງອຶກກະທຶກ.

ຢູ່ເຂດໜອງເອີໄຫ, ຕົ້ນຕໍໄດ້ພັດທະນາຂະແໜງການຕ່າງໆ ເຊັ່ນ ການທ່ອງທ່ຽວດ້ານວັດທະນະທຳ, ການຟື້ນຟູສຸຂະພາບ, ອາຫານສີຂຽວແລະອື່ນໆ, ສະຖານທີ່ທ່ອງທ່ຽວອັດສະລິຍະ ແລະ ເມືອງນ້ອຍທີ່ມີຄວາມສະເໜ່ຂອງຕົນໄດ້ກາຍເປັນນາມບັດໃໝ່, ເມືອງຕ້າຫຼີໄດ້ກາຍເປັນເຂດຕົວແບບໃນການທ່ອງທ່ຽວລະດັບຊາດ.

ປັດຈຸບັນ, ແລວທາງຊີວະພາບປິ່ນອ້ອມໜອງເອີໄຫທີ່ຍາວ 129 ກິໂລແມັດໄດ້ເປີດນຳໃຊ້ຢ່າງເປັນທາງການໝົດແລ້ວ ແລະໄດ້ກາຍເປັນສະຖານທີ່ທ່ອງທ່ຽວໃໝ່ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງຫຼາຍ. ຫວ່າງກ່ອນນີ້ບໍ່ດົນ, ແລວທາງຊີວະພາບດັ່ງກ່າວຍັງໄດ້ອະນຸຍາດໃຫ້ເປັນຈຸດທົດລອງການຂັບລົດແບບອັດຕະໂນມັດ. ລົດທ່ອງທ່ຽວທີ່ບໍ່ມີຄົນຂັບຈະບັນທຸກນັກທ່ອງທ່ຽວໄປຊົມທິວທັດອັນສວຍງາມຂອງພູຊາງຊ່ານ ແລະ ໜອງເອີໄຫ.

ແຂວງຢຸນນານເປັນສະຖານທີ່ເຕັມໄປດ້ວຍເມກໝອກຫຼາຍສີ ເຊິ່ງມີສີຂຽວເປັນພື້ນຖານ. ແຂວງຢຸນນານເປັນທີ່ຮູ້ຈັກກັນວ່າ: ເປັນກຳແພງປ້ອງກັນຄວາມປອດໄພທາງນິເວດວິທະຍາ ມາເປັນເວລາດົນນານແລ້ວ, ປັດຈຸບັນ, ພວມກ້າວເດີນຕາມເສັ້ນທາງຫັນເປັນສີຂຽວທີ່ມີລັກສະນະພິເສດຂອງຕົນ.  

ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ! ທ່ານຜູ້ຟັງທີ່ຮັກແພງ, ໃນລາຍການ “ເປີດປະຕູສູ່ເມືອງຈີນ” ມື້ນີ້, ດວງພະຈັນໄດ້ແນະນຳກ່ຽວກັບດອນຈີ້ໂຈ່ວໃໝ່ນະຄອນນານກິ່ງ ແລະ ໜອງເອີໄຫແຂວງຢຸນນານ ໃນການອອກແຮງຊຸກຍູ້ການອະນຸລັກສິ່ງແວດລ້ອມ ແລະ ການພັດທະນາແບບສີຂຽວທີ່ມີຄຸນນະພາບສູງ. ເລື່ອງເຫຼົ່ານີ້ໄດ້ເຮັດໃຫ້ທ່ານຮູ້ສຶກແນວໃດ? ພວກເຮົາຍິນດີຕ້ອນຮັບການຕິດຕໍ່ພົວພັນຈາກທ່ານ ຫຼື ທ່ານສາມາດເຂົ້າເບິ່ງເວັບໄຊຂອງພວກເຮົາ ແມ່ນ laos.cri.cn, ຫຼືຕິດຕາມ FB ຂອງພວກເຮົາ ຄື CRI-FM93. ນອກຈາກນີ້, ທ່ານຍັງສາມາດສົ່ງ E-mail ເຖິງພວກເຮົາຕາມທີ່ຢູ່ laos@cri.com.cn,  ຂອບໃຈທີ່ທ່ານໃຫ້ຄວາມສົນໃຈຮັບຟັງລາຍການຂອງພວກເຮົາ, ພົບກັນໃໝ່ໃນອາທິດໜ້າ, ສະບາຍດີ.