ນັບຖອຍຫຼັງ 100 ວັນຈັດງານວາງສະແດງການບິນຈີນຄັ້ງທີ 14

2022-08-01 10:30:00 cri

ງານວາງສະແດງການບິນຈີນຄັ້ງທີ 14 ຈະຈັດຂຶ້ນຢູ່ສູນວາງສະແດງການບິນສາກົນຈູ່ໄຫຂອງຈີນ ລະຫວ່າງວັນທີ 8 ຫາວັນທີ 13 ພະຈິກ ປີ 2022 ນີ້.

ປັດຈຸບັນ, ວຽກງານກະກຽມງານວາງສະແດງດັ່ງກ່າວກຳລັງດຳເນີນໄປຢ່າງເປັນລະບຽບ. ເນື້ອທີ່ວາງສະແດງໃນຮົ່ມຂອງງານວາງສະແດງການບິນໃນຄັ້ງນີ້ ລວມມີ 1 ແສນຕາແມັດ, ວຽກງານຮັບສະໝັກວິສາຫະກິດເຂົ້າຮ່ວມງານວາງສະແດງໄດ້ສຳເລັດທຸກປະການ ໂດຍມີວິສາຫະກິດທັງພາຍໃນປະເທດຈີນ ແລະຕ່າງປະເທດ 700 ກວ່າແຫ່ງທີ່ມາຈາກ 40 ກວ່າປະເທດ ເຊັ່ນ ອາເມຣິກາ, ອັງກິດ, ເຢຍລະມັນ ແລະອື່ນໆ ຢືນຢັນຈະເຂົ້າຮ່ວມ. ໃນງານວາງສະແດງການບິນຄັ້ງນີ້, ກອງສະແດງການບິນ “ທີ 1 ສິງຫາ” ຂອງກອງທັບອາກາດຈີນ ແລະກອງສະແດງການບິນ “ແຫຼວແດງ” ຂອງມະຫາວິທະຍາໄລການບິນກອງທັບອາກາດຈີນ ຈະມີການສະແດງລີລາການບິນອີກຄັ້ງໜຶ່ງ, ສ່ວນກອງທັບບົກຈີນຈະສົ່ງເຮລິກົບເຕເຂົ້າຮ່ວມການສະແດງເປັນຄັ້ງທຳອິດ. ຕາມຂ່າວລາຍງານວ່າ: ງານວາງສະແດງການບິນຈີນໃນຄັ້ງນີ້ ຈະສືບຕໍ່ປະຕິບັດຮູບແບບວາງສະແດງ “ອອນລາຍ+ອັອຟລາຍ” ແລະຄາດວ່າຈະເລີ່ມຈຳໜ່າຍປີ້ເຂົ້າຊົມໃນເດືອນກັນຍາປີ 2022 ນີ້.