ຍອດຈຳນວນຂົນຖ່າຍຕູ້ຄອນເທນເນີໃນເດືອນກໍລະກົດປີນີ້ຢູ່ທ່າກຳປັ່ນຊຽງໄຮ້ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ

2022-08-02 15:10:00 CRI

ຕອນຄ່ຳວັນທີ 1 ສິງຫານີ້, ກຸ່ມບໍລິສັດທ່າກຳປັ່ນຊຽງໄຮ້ແຈ້ງຂ່າວວ່າ, ເດືອນກໍລະກົດປີນີ້, ທ່າກຳປັ່ນຊຽງໄຮ້ໄດ້ຂົນຖ່າຍຕູ້ຄອນເທນເນີມາດຕະຖານຫຼາຍກວ່າ 4,3 ລ້ານຕູ້, ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ໄດ້ເພີ່ມຂຶ້ນຫຼາຍກວ່າ 16% ເມື່ອທຽບໃສ່ເດືອນກໍລະກົດປີຜ່ານມາ ແລະ ເພີ່ມຂຶ້ນຫຼາຍກວ່າ 13% ເມື່ອທຽບໃສ່ເດືອນມິຖຸນາປີນີ້; ສະເລ່ຍແລ້ວ, ໄດ້ຂົນຖ່າຍຕູ້ຄອນເທນເນີມາດຕະຖານເກືອບ 1,4 ແສນຕູ້ຕໍ່ມື້ ແລະ ໄດ້ບັນລຸເຖິງລະດັບຂົນຖ່າຍປົກກະຕິຢ່າງຮອບດ້ານໂດຍພື້ນຖານ. ນັບແຕ່ເດືອນມັງກອນຫາເດືອນກໍລະກົດປີນີ້, ນັບລວມແລ້ວ, ຍອດຈຳນວນຂົນຖ່າຍຕູ້ຄອນເທນເນີຢູ່ທ່າກຳປັ່ນຊຽງໄຮ້ໄດ້ບັນລຸການເຕີບໂຕເປັນຕົວເລກບວກເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.