ໂຄສົກກະຊວງປ້ອງກັນປະເທດຈີນກ່າວຄຳເຫັນຕໍ່ທ່ານນາງແນນຊີ ເປໂລຊີລັກຢ້ຽມຢາມເຂດໄຕ້ຫວັນຈີນ

2022-08-02 23:56:05 CRI

ວັນທີ 2 ສິງຫານີ້, ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາໄດ້ລັກຢ້ຽມຢາມເຂດໄຕ້ຫວັນຈີນ, ຝ່າຍຈີນໄດ້ກ່າວປະມານຢ່າງຮຸແຣງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້. ຝ່າຍຈີນເຄີຍກ່າວຜົນຮ້າຍຢ້ອນຫຼັງກ່ຽວກັບການລັກຢ້ຽມຢາມເຂດໄຕ້ຫວັນມາຫຼາຍເທື່ອ, ແຕ່ທ່ານນາງແນນຊີ ເປໂລຊີໄດ້ຊູຊີທ້າທາຍເກາະຜິດ ແລະ ສ້າງວິກິດການດ້ວຍເຈດຕະນາຮ້າຍ, ໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາ, ໄດ້ກະທົບກະເທືອນເຖິງພື້ນຖານການເມືອງໃນການພົວພັນຈີນ-ອາເມຣິກາຢ່າໜັກໜ່ວງ, ໄດ້ທຳລາຍການພົວພັນລະຫວ່າງສອງປະເທດແລະສອງກອງທັບຈີນອາເມຣິກາຢ່າງໜັກໜ່ວງ. ການກະທຳດັ່ງກ່າວຂອງອາເມຣິກາໄດ້ສົ່ງສັນຍານຜິດພາດອັນໜັກໜ່ວງຕໍ່ອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດ”, ໄດ້ເຮັດໃຫ້ສະຖານະການອັນເຄັ່ງຕຶງຢູ່ຊ່ອງແຄບໄຕ້ຫວັນດຸເດືອດຂຶ້ນຕື່ມອີກ. ພັກກ້າວໜ້າປະຊາທິປະໄຕໄຕ້ຫວັນໄດ້ພົວພັນກັບອິດທິກຳລັງພາຍນອກສ້າງຄວາມວຸ້ນວາຍ, ຕັ້ງໃຫ້ທ່ານນາງແນນຊີ ເປໂລຊີຢ້ຽມຢາມໄຕ້ຫວັນ, ການກະທຳດັ່ງກ່າວແມ່ນອັນຕະລາຍທີ່ສຸດ, ຍອມຈະພາໃຫ້ເກຜົນຮ້າຍຢ້ອນຫຼັງອັນໜັກໜ່ວງ. ກອງທັບປົດປ່ອຍປະຊາຊົນຈີນໄດ້ຮັກສາສະຕິລະວັງຕົວໃນລະດັບສູງ, ຈະດຳເນີນການເຄື່ອນໄຫວທາງການທະຫານຕ່າງໆ ເພື່ອຕອບໂຕ້ຄືນ, ເດັດດ່ຽວປົກປັກຮັກສາອະທິປະໄຕແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນ, ເດັດດ່ຽວໂຈມຕີການແຊກແຊງຂອງອິດທິກຳລັງພາຍນອກ ແລະ ເຈດຕະນາແບ່ງແຍກໄຕ້ຫວັນເປັນເອກະລາດ”.