ຈີນຈະບໍ່ອະນຸຍາດໃຫ້ອິດທິກຳລັງ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ມີຊອງທາງດ້ວຍຮູບການໃດໜຶ່ງ

2022-08-02 17:38:19 cri

ວັນທີ 2 ສິງຫາ 2022, ທ່ານນາງຮ້ວາຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວປະຈຳ. ມີນັກຂ່າວຖາມວ່າ, ວັນທີ 1 ສິງຫານີ້, ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ເວົ້າເຖິງບັນຫາທີ່ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາຈະຢ້ຽມຢາມໄຕ້ຫວັນຫຼືບໍ່, ປະເທດຈີນມີຄວາມເຫັນເປັນແນວໃດຕໍ່ກັບເລື່ອງນີ້?

ທ່ານນາງ ຮ້ວາຊຸ່ນຢິງ ກ່າວວ່າ: ຂ້າພະເຈົ້າເຫັນວ່າບັນຫາປະເທດຢູ່ໃນໂລກລ້ວນແຕ່ເຫັນໄດ້ຢ່າງຈະແຈ້ງວ່າ, ຍ້ອນອາເມຣິກາປະຕິບັດການກະທຳທີ່ທ້າທາຍເກາະຜິດ, ສົ່ງຜົນເຮັດໃຫ້ສະຖານະການທະເລໄຕ້ຫວັນເຄັ່ງຕຶງຂຶ້ນ, ອາເມຣິກາຄວນຮັບຜິດຊອບຕໍ່ເລື່ອງນີ້ທັງໝົດ. ຖ້ອຍຄວາມຂອງທ່ານບຣິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ປີ້ນຂາວເປັນດຳ, ເຊິ່ງສະແດງໃຫ້ເຫັນເຖິງທ່າທີເປັນເຈົ້າອຳນາດແລະແນວຄິດໂຈນຂອງຄົນອາເມຣິກາຈຳນວນໜຶ່ງຢ່າງເລິກເຊິ່ງອີກຄັ້ງໜຶ່ງ.

ໃນໂອກາດນີ້, ຂ້າພະເຈົ້າຂໍເນັ້ນໜັກຈຸດຢືນຫຼາຍຂໍ້ອີກຄັ້ງໜຶ່ງວ່າ: ໜຶ່ງ, ອົງການຈັດຕັ້ງຕ່າງໆຂອງລັດຖະບານອາເມຣິກາ, ລວມທັງພາກສ່ວນບໍລິຫານ, ນິຕິບັນຍັດແລະຕຸລາການລ້ວນແຕ່ຄວນປະຕິບັດນະໂຍບາຍການຕ່າງປເທດທີ່ລັດຖະບານອາເມຣິກາຮັບຮອງແລະໃຫ້ຄຳໝັ້ນສັນຍາ. ສອງ, ການກະທຳຜິດພາດທີ່ຜ່ານມາຂອງນັກການເມືອງອາເມຣິກາບາງຄົນບໍ່ຄວນກາຍເປັນແບບຢ່າງ, ແລະບໍ່ຄວນກາຍເປັນຂໍ້ອ້າງທີ່ອາເມຣິກາມີການກະທຳຜິດອີກຄັ້ງໜຶ່ງກ່ຽວກັບບັນຫາໄຕ້ຫວັນ. ສາມ, ຫຼັກການປະເທດຈີນດຽວແມ່ນຫຼັກການພື້ນຖານຂອງການພົວພັນສາກົນແລະຄວາມຮັບຮູ້ທົ່ວໄປຂອງປະຊາຄົມໂລກ. ສີ່, ອາເມຣິກາແລະໄຕ້ຫວັນຮ່ວມກັນທ້າທາຍເກາະຜິດກ່ອນ, ແລ້ວປະເທດຈີນຈຶ່ງປະຕິບັດມາດຕະການປ້ອງກັນນຳຫຼັງ, ປະເທດຈີນປະຕິບັດມາດຕະການໃດໆລ້ວນແຕ່ເປັນການກະທຳທີ່ຖືກຕ້ອງແລະມີຄວາມຈຳເປັນ. ຫ້າ, ປະຫວັດຄວາມເປັນມາຂອງບັນຫາໄຕ້ຫວັນເປັນເລື່ອງທີ່ຈະແຈ້ງທີ່ສຸດ, ຄວາມຈິງທີ່ສອງຝັ່ງຊ່ອງແຄບໄຕ້ຫວັນຂຶ້ນກັບປະເທດຈີນດຽວກໍເປັນເລື່ອງທີ່ຈະແຈ້ງຢູ່ແລ້ວ, ຈີນເດັດດ່ຽວຄັດຄ້ານການ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ແລະການແຊກແຊງຈາກອິດທິກຳລັງພາຍນອກ, ຈະບໍ່ອະນຸຍາດໃຫ້ອິດທິກຳລັງ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ມີຊອງທາງດ້ວຍຮູບການໃດໜຶ່ງ.