ກະຊວງການຕ່າງປະເທດຈີນຮຽກເອກອັກຄະລັດຖະທູດອາເມຣິກາປະຈຳຈີນເຂົ້າພົບໃນຍາມເດິກ

2022-08-03 09:58:58 cri

ຕອນເດິກວັນທີ 2 ສິງຫານີ້, ທ່ານເຊ້ເຟິ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ຮັບການມອບໝາຍໃນການຮຽກທ່ານ ນິໂຄລາສ ເບີນສ ເອກອັກຄະລັດຖະທູດອາເມຣິກາປະຈຳຈີນເຂົ້າພົບຢ່າງຮີບດ່ວນ ເພື່ອຕາງໜ້າໃຫ້ລັດຖະບານຈີນສະແດງການປະທ້ວງຢ່າງເຄັ່ງຂຶມແລະຮຸນແຮງຕໍ່ຝ່າຍອາເມຣິກາກ່ຽວກັບທ່ານນາງ ແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນ.

 ທ່ານເຊ້ເຟີ່ງກ່າວວ່າ: ທ່ານນາງເປໂລຊີຢ້ຽມຢາມໄຕ້ຫວັນເປັນເຫດການຮ້າຍແຮງທີ່ສຸດ, ຈະພາໃຫ້ເກີດມີຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງທີ່ສຸດ. ຝ່າຍຈີນເດັດຂາດຈະບໍ່ເມີນເສີຍເບິ່ງລ້າຕໍ່ເລື່ອງນີ້.

 ລັດຖະບານອາເມຣິກາຕ້ອງແບກຫາບຄວາມຮັບຜິດຊອບ, ຕ້ອງເສຍຄ່າຕອບແທນຕໍ່ຄວາມຜິດພາດຂອງຕົນ. ອາເມຣິກາຄວນດັດແກ້ຄວາມຜິດນັ້ນທັນທີ, ນຳໃຊ້ມາດຕະການຕົວຈິງເພື່ອລຶບລ້າງຜົນກະທົບອັນຮ້າຍແຮງທີ່ເກີດຈາກການຢ້ຽມຢາມໄຕ້ຫວັນຂອງທ່ານນາງເປໂລຊີ. ບໍ່ໃຫ້ເຮັດຜິດຊ້ຳແລ້ວຊ້ຳອີກແລະເຮັດໃຫ້ສະຖານະການຮຸນແຮງຂຶ້ນ, ພາໃຫ້ສະຖານະການຢູ່ຊ່ອງແຄບໄຕ້ຫວັນແລະສາຍພົວພັນຈີນ-ອາເມຣິກາຂະຫຍາຍຕົວໄປສູ່ສະພາບທີ່ບໍ່ສາມາດກູ້ກັບຄືນມາໄດ້.