ສາມີທ່ານນາງແນນຊີ ເປໂລຊີຖືກກ່າວຟ້ອງຂັບລົດຫຼັງ​ຈາກ​ດື່ມເຫຼົ້າ ແລະເຮັດໃຫ້ຄົນອື່ນບາດເຈັບ

2022-08-03 14:07:22 cri

ຕາມ FOX News ຂອງອາເມຣິກາລາຍງານວ່າ: ວັນທີ 1 ສິງຫານີ້, ຫ້ອງການເຈົ້າໜ້າທີ່ໄອຍະການເມືອງນາປາ ລັດກາລີໂຟເນຍຂອງອາເມຣິກາແຈ້ງໃຫ້ຮູ້ວ່າ: ທ່ານປາວ ເປໂລຊີ ສາມີທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາ ຈະຖືກຮຽກຕົວມາຮັບຄຳກ່າວຟ້ອງໃນຕອນເຊົ້າວັນທີ 3 ສິງຫານີ້ ດ້ວຍຂໍ້ກ່າວຫາທີ່ວ່າ: ຂັບລົດຫຼັງຈາກດື່ມເຫຼົ້າ  ແລະຂັບລົດເມື່ອມີຄວາມຂຸ້ນຂອງເຫຼົ້າຢູ່ໃນເລືອດແມ່ນ 0,08% ຫຼືສູງກວ່ານີ້ ພາໃຫ້ເກີດອຸບັດເຫດລົດຕຳກັນ ແລະເຮັດໃຫ້ຄົນອື່ນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ໄອຍະການຂອງເມືອງດັ່ງກ່າວກ່າວວ່າ: ການກ່າວຟ້ອງຂໍ້ຫາທີ່ກ່ຽວຂ້ອງກັບທ່ານປາວ ເປໂລຊີ ແມ່ນຍ້ອນອຸບັດເຫດລົດຕຳກັນຄັ້ງໜຶ່ງທີ່ເກີດຂຶ້ນໃນວັນທີ 28 ພຶດສະພາປີ 2022 ນີ້. ອີງຕາມບົດລາຍງານສະບັບໜຶ່ງທີ່ເປີດເຜີຍໂດຍເຈົ້າໜ້າທີ່ຕຳຫຼວດລາດຕະເວນປະຈຳທາງຫຼວງລັດກາລີໂຟເນຍສະແດງໃຫ້ເຫັນວ່າ: ໃນເວລານັ້ນ ທ່ານປາວ ເປໂລຊີກຳລັງຂັບລົດຂ້າມຜ່ານທາງຫຼວງລະຫວ່າງລັດເລກ 29 ແລ້ວຕຳກັບລົດຈິບຄັນໜຶ່ງທີ່ມຸ່ງໜ້າໄປສູ່ທາງທິດເໜືອ. ຫຼັງຈາກເກີດອຸບັດເຫດດັ່ງກ່າວປະມານ 2 ຊົ່ວໂມງ, ເຈົ້າໜ້າທີ່ໄດ້ເກັບຕົວຢ່າງເລືອດຂອງທ່ານປາວ ເປໂລຊີ ເຊິ່ງມີປະລິມານຄວາມຂຸ້ນຂອງເຫຼົ້າຢູ່ໃນເລືອດແມ່ນ 0,082%.