ລັດຖະມົນຕີການຕ່າງປະເທດຈີນກ່າວວ່າການທີ່ທ່ານນາງເປໂລຊີເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນເປັນເລື່ອງຕະຫຼົກເລື່ອງໜຶ່ງ

2022-08-03 15:47:31 cri



   ວັນທີ 3 ສິງຫາ2022, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຢູ່ກຳປູເຈຍວ່າ: ທ່ານນາງ ແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາເດີນທາງຢ້ຽມຢາມເຂດໄຕ້ຫວັນ ຂອງຈີນນັ້ນເປັນເລື່ອງຕະຫຼົກທັງໝົດເລື່ອງໜຶ່ງ.

   ທ່ານຫວາງຢີ້ກ່າວຕື່ມວ່າ: ອາເມຣິກາຖືຄັນຕາລະບັດທີ່ວ່າ “ປະຊາທິປະໄຕ” ແຕ່ໃນຄວາມເປັນຈິງແລ້ວຊ້ຳພັດເຮັດໃນສິ່ງບໍ່ດີທີ່ລ່ວງລ້ຳອະທິປະໄຕຂອງຈີນ. ຈຳພວກນາງ ໄຊ້ຍິ່ງເວີນຂອງໄຕ້ຫວັນໄດ້ກອດ “ຂາໃຫຍ່”ຂອງອາເມຣິກາ, ຝ່າຝືນຜົນປະ ໂຫຍດລວມຂອງຊາດ, ການກະທຳທີ່ຫັນກົງລໍ້ປະຫວັດສາດໃຫ້ຖອຍຫຼັງເຫຼົ່ານີ້ແມ່ນ ບໍ່ສາມາດປ່ຽນແປງ “ປະເທດຈີນດຽວ” ເຊິ່ງເປັນຄວາມຮັບຮູ້ທີ່ເປັນເອກະ ພາບກັນໃນສາກົນໄດ້ ແລະກໍ່ບໍ່ສາມາດປ່ຽນແປງທ່າອ່ຽງລວມທີ່ໄຕ້ຫວັນຕ້ອງ ກັບຄືນສູ່ປະເທດຊາດແນ່ນອນ. ຜູ້ຫຼິ້ນໄຟ ເດັດຂາດຈະບໍ່ມີຈຸດຈົບທີ່ດີ, ຜູ້ໃດລ່ວງລ້ຳຊາດຈີນ,ຜູ້ນັ້ນຍ່ອມຈະຖືກລົງໂທດແນ່ນອນ.