ໂຄສົກຫ້ອງການວຽກງານໄຕ້ຫວັນສູນກາງພັກກອມມູນິດຈີນໄດ້ຮັບການມອບໝາຍຖະແຫຼງກ່ຽວກັບການລົງໂທດຈຳພວກດື້ດ້ານຫົວແຂງ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ຕາມກົດໝາຍ

2022-08-03 15:39:02 CRI

ວັນທີ 3 ສິງຫານີ້, ໂຄສົກຫ້ອງການວຽກງານໄຕ້ຫວັນສູນກາງພັກກອມມູນິດຈີນໄດ້ຮັບການມອບໝາຍຖະແຫຼງກ່ຽວກັບການລົງໂທດຈຳພວກດື້ດ້ານຫົວແຂງ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ຕາມກົດໝາຍ.

ໂຄສົກທ່ານນີ້ກ່າວວ່າ, ຈຳພວກດື້ດ້ານຫົວແຂງ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ມີສ່ວນໜ້ອຍທີ່ສຸດ ໄດ້ປ່າວປະກາດດຳເນີນການເຄື່ອນໄຫວແບ່ງແຍກ “ໄຕ້ຫວັນເປັນເອກະລາດ”, ຕັ້ງໃຈປ່າວປະກາດສ້າງ “ສອງປະເທດຈີນ”, “ຈີນໜຶ່ງໄຕ້ຫວັນໜຶ່ງ”, “ໄຕ້ຫວັນເປັນເອກະລາດ” ເປັນຕົ້ນ, ຖ້ອຍຄຳແລະການກະທຳແບ່ງແຍກ “ໄຕ້ຫວັນເປັນເອກະລາດ” ຂອງພວກເຂົາໄດ້ເປັນການທ້າທາຍເກາະຜິດຕໍ່ອະທິປະໄຕແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງເປີດແປນ, ເປັນການທ້າທາຍເກາະຜິດຕໍ່ກຽດສັກສິດຂອງກົດໝາຍແຫ່ງຊາດຢ່າງເປີດແປນ, ໄດ້ທຳລາຍສັນຕິພາບແລະສະຖຽນລະພາບຂອງເຂດຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ, ໄດ້ທຳລາຍຜົນປະໂຫຍດຮ່ວມຂອງພີ່ນ້ອງສອງຝັ່ງຊ່ອງແຄບໄຕ້ຫວັນ ແລະ ຜົນປະໂຫຍດພື້ນຖານຂອງຊົນຊາດຈີນຢ່າງໜັກໜ່ວງ, ຕ້ອງລົງໂທດພວກເຂົາຢ່າງເດັດຂາດຕາມກົດໝາຍ.

ຂໍພຽງແຕ່ແມ່ນຈຳພວກດື້ດ້ານຫົວແຂງ “ແບ່ງແຍກໄຕ້ຫວັນເປັນເອກະລາດ”, ພວກເຮົາຈະລົງໂທດພວກເຂົາຢ່າງເດັດຂາດ ແລະ ຈະລົງໂທດໄປຕະຫຼອດຊີວິດຕາມກົດໝາຍ.