ຈີນແຜ່ນດິນໃຫຍ່ຈະໂຈະການນຳເຂົ້າໝາກໄມ້ປະເພດໝາກກ້ຽງ, ປາດາບຂາວແຊ່ເຢັນ ແລະ ປາ Trachurus ແຊ່ແຂງຈາກເຂດໄຕ້ຫວັນ

2022-08-03 11:09:07 CRI

ເວັບໄຊອົງການພາສີແຫ່ງຊາດຈີນແຈ້ງຂ່າວວ່າ, ໂດຍອີງຕາມກົດໝາຍກົດລະບຽບແລະມາດຕະຖານທີ່ກ່ຽວຂ້ອງຂອງຈີນແຜ່ນດິນໃຫຍ່, ຕົກລົງຈະໂຈະການນຳເຂົ້າໝາກໄມ້ປະເພດໝາກກ້ຽງ, ປາດາບຂາວແຊ່ເຢັນ ແລະ ປາ Trachurus ແຊ່ແຂງຈາກເຂດໄຕ້ຫວັນ ນັບແຕ່ວັນທີ 3 ສິງຫາ 2022 ນີ້ເປັນຕົ້ນໄປ. ໃນຂະນະດຽວກັນ, ຈະໂຈະການສົ່ງອອກຫີນແຮ່ທຳມະຊາດໄປສູ່ໄຕ້ຫວັນ.