ຈີນເລັ່ງທວງອີກຄັ້ງໜຶ່ງໃຫ້ຍີ່ປຸ່ນຕ້ອງບໍ່ປະຕິບັດແຜນການລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນີວເຄລຍລົງສູ່ທະເລຕາມລຳພັງ

2022-08-04 11:31:30 cri



   ທ່ານນາງ ຮວ້າຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນ ກອງປະຊຸມຖະແຫຼງຂ່າວປະຈຳວັນທີ 3 ສິງຫານີ້ວ່າ: ຈີນສະແດງຄວາມ ເປັນຫ່ວງຢ່າງໜັກໜ່ວງແລະຄັດຄ້ານຢ່າງເດັດດ່ຽວຕໍ່ກໍລະນີທີ່ລັດຖະບານຍີ່ປຸ່ນ ຕົກລົງຕາມລຳພັງພຽງແຕ່ຝ່າຍດຽວໃນການລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນີວເຄລຍທີ່ເກີດຈາກເຫດການຮົ່ວໄຫຼນ້ຳປົນເປື້ອນຂອງໂຮງໄຟຟ້ານີວເຄລຍຟູຄູຊີມະນັ້ນລົງສູ່ທະເລ.

ທ່ານນາງຮວ້າຊຸ່ນຢິງກ່າວຕື່ມວ່າ: ນັບຕັ້ງແຕ່ລັດຖະບານຍີ່ປຸ່ນມີຂໍ້ຕົກລົງ ທີ່ກ່ຽວຂ້ອງອັນຜິດພາດໃນເດືອນເມສາປີຜ່ານມາ, ປະຊາຄົມໂລກແລະປະ ຊາຊົນພາຍ ໃນປະເທດຍີ່ປຸ່ນໄດ້ມີຄວາມລະແວງສົງໄສແລະຄັດຄ້ານມາ ໂດຍຕະຫຼອດ. ອົງການພະລັງງານປະລະມານູສາກົນຫຼື IAEA ໄດ້ສົ່ງໜ່ວຍງານວິຊາການ ເດີນທາງໄປຍີ່ປຸ່ນເພື່ອດຳເນີນການສຳຫຼວດແລະປະເມີນຜົນກະທົບຢູ່ພື້ນທີ່ຕົວຈິງສອງເທື່ອ, ຈົນມາເຖິງປັດຈຸບັນ, ຍັງບໍ່ທັນມີຄຳເຫັນທີ່ເປັນຂໍ້ສະຫຼຸບກ່ຽວກັບແຜນ ການລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນີວເຄລຍລົງສູ່ທະເລຂອງຍີ່ປຸ່ນ ເທື່ອ. ຂະນະດຽວກັນ IAEA ຍັງສະເໜີຫຼາຍຂໍ້ຮຽກຮ້ອງຕໍ່ຍີ່ປຸ່ນໃຫ້ຄວາມກະຈ່່່່າງແຈ້ງ ແລະຂໍ້ສະເໜີໃຫ້ປັບປຸງ, ແຕ່ຍີ່ປຸ່ນບໍ່ເອົາຫົວຊານຳຄວາມເປັນຫ່ວງຂອງບັນດາຝ່າຍ, ຊ້ຳພັດໄດ້ຊຸກຍູ້ປະຕິບັດແຜນການລະບາຍນ້ຳປົນເປື້ອນລົງສູ່ທະເລ, ນີ້ເປັນການ ກະທຳແບບບໍ່ມີຄວາມຮັບຜິດຊອບທີ່ສຸດ. ຈີນເລັ່ງທວງອີກຄັ້ງໜຶ່ງໃຫ້ຍີ່ປຸ່ນ ປະຕິບັດຕາມພັນທະສາກົນຂອງຕົນຢ່າງແທ້ຈິງ ເພື່ອຊອກຫາວິທີແກ້ໄຂບັນຫາ ນ້ຳປົນເປື້ອນກຳມັນຕະພາບລັງສີນີວເຄລຍໃຫ້ເໝາະສົມຕາມຫຼັກວິທະຍາສາດ, ເປີດເຜີຍ,ໂປ່ງໃສແລະປອດໄພ. ແຕ່ວ່າ ກ່ອນທີ່ຈະເຮັດໄດ້ແບບນີ້, ຍີ່ປຸ່ນຕ້ອງບໍ່ປະຕິບັດ ແຜນການລະບາຍນ້ຳປົນເປື້ອນກຳມັນຕະພາບລັງສີນີວເຄລຍລົງສູ່ທະເລຕາມລຳພັງ.