ຫ້ອງການວຽກງານໄຕ້ຫວັນລັດຖະບານຈີນ: ຜູ້ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ຫົວແຂງທີ່ລະເມີດກົດໝາຍລ້ວນແຕ່ບໍ່ສາມາດຫຼົບໜີການລົງໂທດຈາກກົດໝາຍໄດ້

2022-08-04 10:14:23 cri

ຕາມຂ່າວແຈ້ງວ່າ, ວັນທີ 3 ສິງຫາ 2022, ຜູ້ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ຄົນໜຶ່ງຖືກອົງການຮັກສາຄວາມໝັ້ນຄົງແຫ່ງຊາດສືບສວນຕາມກົດໝາຍ.

ວັນທີ 3 ສິງຫານີ້, ໃນໂອກາດຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາດັ່ງກ່າວ, ທ່ານມ໋າສ້ຽວກວ່າງ ໂຄສົກຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນກ່າວວ່າ: ວັນທີ 3 ສິງຫານີ້, ໂຄສົກຫ້ອງການວຽກງານໄຕ້ຫວັນຂອງສູນກາງພັກຄອມມູນິດຈີນໄດ້ຮັບການມອບສິດກ່າວຄຳຖະແຫຼງກ່ຽວກັບການລົງໂທດຜູ້ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ຫົວແຂງໂດຍອີງຕາມກົດໝາຍ. ອົງການຮັກສາຄວາມໝັ້ນຄົງແຫ່ງຊາດໄດ້ປະຕິບັດມາດຕະການຕໍ່ຜູ້ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ທີີ່ຖືກສົງໄສທຳລາຍຄວາມໝັ້ນຄົງຂອງຊາດ, ສິ່ງນີ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າຜູ້ “ແບ່ງແຍກໄຕ້ຫວັນເປັນເອກະລາດ” ຫົວແຂງທີ່ລະເມີດກົດໝາຍລ້ວນແຕ່ບໍ່ສາມາດຫຼົບໜີການລົງໂທດຈາກກົດໝາຍໄດ້.