ກອງປະຊຸມຫຸ່ນຍົນໂລກ2022ຈະຈັດຂຶ້ນຢູ່ປັກກິ່ງໃນວັນທີ18ສິງຫານີ້

2022-08-05 11:12:51 cri

  ກອງປະຊຸມຫຸ່ນຍົນໂລກ2022ຈະຈັດຂຶ້ນຢູ່ສູນປະຊຸມວາງສະແດງສາກົນຢີ້ຊ້ວງປັກກິ່ງລະຫວ່າງວັນທີ18-21ສິງຫານີ້. ກອງປະຊຸມຄັ້ງນີ້ຈະຈັດເວທີປຶກສາຫາລື, ງານວາງສະແດງຜະລິດຕະພັນ, ການແຂ່ງຂັນ ແລະກິດຈະກຳອີກຫຼາຍຢ່າງ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງສາກົນ23ແຫ່ງ. ເວທີປຶກສາຫາລືໄດ້ເຊີນແຂກຜູ້ມີກຽດ ເຊັ່ນ: ບຸກຄົນຜູ້ໄດ້ຮັບລາງວັນດີເດັ່ນດ້ານຄອມພິວເຕີ ຫຼືລາງວັນທູຣີງ, ບັນດິດຂອງຈີນແລະຕ່າງປະເທດ ໂດຍຈະແບ່ງປັນໝາກຜົນດ້ານວິຊາການແຖວໜ້າແລະທ່ວງທ່າການພັດທະນາໃນຂົງເຂດຫຸ່ນຍົນ,ກະຕຸ້ນໃຫ້ສ້າງຄວາມຝັນຕໍ່ສັງຄົມອັດສະລິຍະໃນອະນາຄົດ.

   ງານວາງສະແດງຜະລິດຕະພັນຄັ້ງນີ້ຈະສ້າງຮູບແບບວາງສະແດງຫຸ່ນຍົນແລະສະຖານທີ່ນຳໃຊ້ຫຸ່ນຍົນເປັນເທື່ອທຳອິດ,ມີວິສາຫະກິດນຳໜ້າໃນດ້ານຫຸ່ນຍົນຂອງຈີນແລະຕ່າງປະເທດ 100ກວ່າແຫ່ງຈະນຳເອົາຜະລິດຕະພັນ500ກວ່າອັນມາສະແດງໃຫ້ຜູ້ຊົມໄດ້ເຫັນເຖິງເຕັກໂນໂລຊີທີ່ສຸດຍອດ. ການແຂ່ງຂັນຫຸ່ນຍົນໂລກ ທີ່ປຽບເໝືອນງານໂອລິມປິກໃນຂະແໜງການຜະລິດຫຸ່ນຍົນ ກໍ່ຈະຈັດການແຂ່ງຂັນຊີງແຊ້ມຢ່າງດຸເດືອດ.