ຂະບວນລົດໄຟຄວາມໄວສູງແລະຂະບວນລົດໄຟກວດກາສັງລວມຕາມທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ຜະລິດສຳເລັດແລ້ວຢູ່ນະຄອນຊິ່ງເຕົາ

2022-08-05 15:26:07 cri

   ວັນທີ5ສິງຫານີ້,ໂດຍອີງຕາມມາດຕະຖານຈີນ,ຂະບວນລົດໄຟຄວາມໄວສູງແລະຂະບວນລົດໄຟກວດກາສັງລວມທີ່ຜະລິດສະເພາະທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ຜະລິດ ຢູ່ນະຄອນຊິ່ງເຕົາຂອງຈີນຢ່າງສຳເລັດຜົນ, ຂະບວນລົດໄຟຄວາມໄວສູງ11ຂະບວນ ແລະ ຂະບວນລົດໄຟກວດກາສັງລວມ1ຂະບວນໃກ້ຈະສົ່ງມອບໄປໃຫ້ອິນໂດເນເຊຍແລ້ວ,ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າການກໍ່ສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ຮັບຄວາມຄືບໜ້າທີ່ສຳຄັນ,ຈະສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການສ້າງທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງດ້ວຍຄຸນນະພາບສູງຕາມເວລາກຳນົດ.

   ຕາມການແນະນຳໃຫ້ຮູ້ວ່າ:ຂະບວນລົດໄຟຄວາມໄວສູງແລະຂະບວນລົດໄຟກວດກາສັງລວມທີ່ຜະລິດສຳເລັດເທື່ອນີ້ແມ່ນບໍລິສັດຈີນຮັບຜິດຊອບໂດຍອາໄສເຕັກນິກທີ່ກ້າວໜ້າແລະສົມບູນແບບຂອງຈີນ,ທັງສອດຄ່ອງກັບເງື່ອນໄຂໃນດ້ານສິ່ງແວດລ້ອມແລະແລວທາງການແລ່ນລົດຢູ່ທ້ອງຖິ່ນຂອງອິນໂດເນເຊຍ, ການອອກແບບແລະການຜະລິດກໍ່ໄດ້ເອົາປັດໄຈວັດທະນະທຳອິນໂດເນເຊຍເຊື່ອມໂຍງເຂົ້ານຳ.

   ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງໄດ້ເຊື່ອມຕໍ່ລະຫວ່າງນະຄອນຫຼວງຈາກາຕາແລະບັນດຸງ ເມືອງທ່ອງທ່ຽວທີ່ມີຊື່ສຽງຂອງອິນໂດເນເຊຍ,ມີຄວາມຍາວທັງໝົດ142ກິໂລແມັດ, ຄວາມໄວສູງສຸດຕາມການອອກແບບແມ່ນ350ກິໂລແມັດຕໍ່ຊົ່ວໂມງ,ແມ່ນໂຄງການສັນຍາລັກໃນການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”ແລະການຮ່ວມມືທີ່ຕິດແທດຕົວຈິງລະຫວ່າງຈີນກັບອິນໂດເນເຊຍ.