ຜົນການກວດຫາເຊື້ອໄວຣັດໂຄວິດ-19 ຂອງທ່ານໂຈ ໄບເດັນຍັງເປັນບວກ

2022-08-05 10:42:19 cri

ວັນທີ 4 ສິງຫານີ້, ທ່ານໝໍປະຈຳຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ກ່າວວ່າ: ຜົນການກວດຫາເຊື້ອໄວຣັດໂຄວິດ-19 ຂອງທ່ານໂຈ ໄບເດັນ ໃນວັນທີ 4 ສິງຫານີ້ ຍັງເປັນບວກ ແລະຈະສືບຕໍ່ກັກບໍລິເວນ.

ທ່ານໝໍກ່າວຕື່ມວ່າ: ທ່ານໂຈ ໄບເດັນຮູ້ສຶກເປັນປົກກະຕິ, ບາງເທື່ອມີອາການໄອ, ແຕ່ກຳລັງດີຂຶ້ນແລ້ວ. ທ່ານໝໍຈະສືບຕໍ່ຕິດຕາມອາການຂອງທ່ານໂຈ ໄບເດັນທຸກໆມື້.