ສະໜາມຫຼວງລາຟາເຢເຕ ທາງພາກເໜືອທຳນຽບຂາວອາເມຣິກາໄດ້ເກີດເຫດຟ້າຜ່າ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບໜັກ 4 ຄົນ

2022-08-05 10:44:01 CRI


ໜັງສືພິມວໍຊິງຕັນໂພສຂອງອາເມຣິກາລາຍງານວ່າ, ວັນທີ 4 ສິງຫານີ້ຕາມເວລາທ້ອງຖິ່ນ, ສະໜາມຫຼວງລາຟາເຢເຕ ທາງພາກເໜືອທຳນຽບຂາວອາເມຣິກາໄດ້ເກີດເຫດຟ້າຜ່າ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບໜັກ 4 ຄົນ ແລະ ຖືກສົ່ງໄປປິ່ນປົວຢູ່ໂຮງໝໍ.

ຕາມຂ່າວແຈ້ງວ່າ, 4 ຄົນດັ່ງກ່າວລ້ວນແຕ່ເປັນຜູ້ເຕັມອາຍຸກະສຽນ, ຖືກພົບຢູ່ໃກ້ກັບຮູບແກະສະຫຼັກຂອງທ່ານແອນດຣູ ແຈັກສັນ ໃນເວລາປະມານ 19 ໂມງຂອງມື້ດຽວກັນ, ທັງ 4 ຄົນແມ່ນເຈັບໜັກເຖິງຂັ້ນມີຄວາມສ່ຽງເສຍຊີວິດ. ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດພວມສືບສວນຫາສາເຫດແລະລາຍລະອຽດຕ່າງໆຢູ່.