ທ່ານຫວາງຢີ້ ຊີ້ແຈງຫຼັກໝັ້ນຂອງຈີນກ່ຽວກັບບັນຫາໄຕ້ຫວັນຢ່າງຮອບດ້ານ

2022-08-06 15:31:20 CRI

ຕອນບ່າຍວັນທີ 5 ສິງຫານີ້, ພາຍຫຼັງທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບການຮ່ວມມືອາຊີຕາເວັນອອກແລ້ວ, ທ່ານໄດ້ຈັດກອງປະຊຸມຖະແຫຼງຂ່າວ.

ທ່ານຫວາງຢີ້ກ່າວວ່າ: ນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາໄດ້ດື້ດຶງໄປຢ້ຽມຢາມເຂດໄຕ້ຫວັນຈີນ ເຊິ່ງໄດ້ລ່ວງລ້ຳອະທິປະໄຕຂອງຈີນຢ່າງໜັກໜ່ວງ, ໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງຮ້າຍກາດ, ໄດ້ຝືນກັບຄຳໝັ້ນສັນຍາຂອງອາເມຣິກາເອງຢ່າງໜັກໜ່ວງ, ໄດ້ທຳລາຍສັນຕິພາບແລະສະຖຽນລະພາບຂອງເຂດຊ່ອງແຄບໄຕ້ຫວັນ, ຈີນຈະມີການຕອບໂຕ້ຢ່າງເດັດດ່ຽວແນ່ນອນຕໍ່ເລື່ອງນີ້.

ທ່າຫວາງຢີ້ກ່າວຕື່ມວ່າ: ປັດຈຸບັນ, ມີ 100 ກວ່າປະເທດໄດ້ຢ້ຳຄືນການຈະປະຕິບັດນະໂຍບາຍປະເທດຈີນດຽວ, ເຂົ້າໃຈ ແລະ ສະໜັບສະໜູນຫຼັກໝັ້ນອັນຊອບທຳຂອງຝ່າຍຈີນ. ທ່ານກ່າວຕື່ມວ່າ: ການຢ້ຽມຢາມເຂດໄຕ້ຫວັນຂອງນາງແນນຊີ ເປໂລຊີຄັ້ງນີ້ ໄດ້ກາຍເປັນເລື່ອງຕະຫຼົກໄປແລ້ວ.

ທ່ານຫວ່າງຢີ້ຍັງກ່າວຕື່ມອີກວ່າ: ອາເມຣິກາກ່າວອ້າງວ່າຈີນໄດ້ປ່ຽນແປງສະພາບທີ່ເປັນຢູ່ໃນປັດຈຸບັນຢູ່ຊ່ອງແຄບໄຕ້ຫວັນ, ນີ້ເປັນພຽງການເສກສັນປັ້ນແຕ່ງແລະໃສ່ຮ້າຍປ້າຍສີຈີນທັງນັ້ນ. ອາເມຣິກາພວມເພີ່ມທະວີການຈັດວາງກຳລັງທະຫານຢູ່ພາກພື້ນນີ້, ຫວັງວ່າຝ່າຍຕ່າງໆຈະຮັກສາສະຕິລະວັງຕົວຢ່າງສູງຕໍ່ເລື່ອງນີ້. ພວກເຮົາຂໍກ່າວເຕືອນຢ່າງເຄັ່ງຂຶມວ່າ, ອາເມຣິກາຢ່າສູ່ກະທຳຕາມລຳພັງໃຈ, ຢ່າສູ່ກໍ່ວິກິດການທີ່ໃຫຍ່ກວ່ານີ້ອີກ. ໃນບັນຫາໄຕ້ຫວັນ, ອາເມຣິກາຄວນປະຕິບັດຕາມຄຳໝັ້ນສັນຍາທີ່ເຄົາລົບອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນ, ຢ່າແຊກແຊງວຽກງານພາຍໃນຂອງຈີນອີກ, ຢ່າຍຸແຍ່ ແລະ ສະໜັບສະໜູນອິດທິກຳລັງແບ່ງແຍກໄຕ້ຫວັນເພື່ອຄວາມເປັນເອກະລາດອີກ.