ປະທານາທິບໍດີຣັດເຊຍ ແລະຕູຣາເຄຍ ພົບປະກັນ, ສອງຝ່າຍຈະເຊັນບົດບັນທຶກຄວາມເຂົ້າໃຈການຂະຫຍາຍການພົວພັນເສດຖະກິດການຄ້າ

2022-08-06 13:14:25 cri

ວັນທີ 5 ສິງຫາ 2022 ຕາມເວລາທ້ອງຖິ່ນ, ທ່ານວຼາດີເມຍ ປູຕິນ ປະທານາທິບໍດີຣັດເຊຍແລະທ່ານເຣເຊັບ ໄຕຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍ ໄດ້ພົບປະຫາລືກັນຢູ່ນະຄອນຊໍຊີຂອງຣັດເຊຍ.

ທ່ານປູຕິນ ກ່າວວ່າ: ຊາວເອີຣົບຄວນຂອບໃຈນຳຕູຣາເຄຍ ເພາະວ່າຕູຣາເຄຍໄດ້ຮັບປະກັນໃຫ້ແກັສ໌ທຳມະຊາດຂອງຣັດເຊຍສາມາດຂົນສົ່ງໄປຮອດປະເທດເອີຣົບຢ່າງບໍ່ຢຸດຢັ້ງ. ທ່ານປູຕິນ ຍັງກ່າວຕື່ມວ່າ: ຣັດເຊຍ ແລະ ຕູຣາເຄຍຈະລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຂະຫຍາຍການພົວພັນເສດຖະກິດການຄ້າໃນວັນທີ 5 ສິງຫານີ້.

ທ່ານເອີໂດກັນ ກ່າວວ່າ: ຕູຣາເຄຍ ແລະ ຣັດເຊຍຈະຂຽນປະຫວັດສາດໜ້າໃໝ່ດ້ານການຂະຫຍາຍການພົວພັນລະຫວ່າງສອງຝ່າຍ, ຕົນຍິນດີປຶກສາຫາລືສະຖານະການຢູ່ຊີຣີ, ການກໍ່ສ້າງໂຄງການໂຮງໄຟຟ້ານິວເຄຼຍອາຄຸຢຸ ແລະບັນຫາອື່ນໆກັບທ່ານປູຕິນ.