ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍແລະຣັດເຊຍໄດ້ພົບປະເຈລະຈາກັນ ແລະອອກຖະແຫຼງການຮ່ວມ

2022-08-07 14:40:51 cri


ວັນທີ 5 ສິງຫານີ້, ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍແລະຣັດເຊຍໄດ້ພົບປະເຈລະຈາກັນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ. ສອງຝ່າຍໄດ້ອອກຖະແຫຼງການຮ່ວມຫຼັງຈາກກອງປະຊຸມ ໂດຍເຫັນດີຊຸກຍູ້ມິດຕະພາບທີ່ຜ່ານການທົດສອບຫຼາຍຄັ້ງມາເປັນເວລາຍາວນານ ແລະການພັດທະນາເຊິ່ງກັນລະກັນລະຫວ່າງສອງປະເທດ.

ຖະແຫຼງການໄດ້ລະບຸວ່າ: ກຳປູເຈຍແລະຣັດເຊຍຈະຮັກສາແລະເພີ່ມທະວີການສົນທະນາທາງການເມືອງ ແລະການຕິດຕໍ່ພົວພັນເປັນປະຈຳລະຫວ່າງທຸກຂັ້ນ. ພ້ອມກັນນັ້ນ, ຍັງຈະເພີ່ມທະວີການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດການຄ້າການລົງທຶນ, ເຕັກນິກວິທະຍາສາດ, ການສຶກສາວັດທະນະທຳ, ການປ້ອງກັນປະເທດຄວາມໝັ້ນຄົງ ແລະອື່ນໆ ເພື່ອສ້າງເງື່ອນໄຂທີ່ດີໃຫ້ກັບອົງການຈັດຕັ້ງແລະວິສາຫະກິດໃນຂົງເຂດຕ່າງໆເພື່ອດຳເນີນກິດຈະກຳ.

ກຳປູເຈຍແລະຣັດເຊຍຈະສືບຕໍ່ເຄົາລົບຜົນປະໂຫຍດທີ່ຖືກຕ້ອງເປັນທຳຂອງກັນແລະກັນໃນການພົວພັນສອງຝ່າຍ ແລະຂອບກອງປະຊຸມເວທີປຶກສາຫາລືພາກພື້ນແລະສາກົນ, ຈະສະໜັບສະໜູນເຊິ່ງກັນແລະກັນໃນບັນຫາຂໍກຸນແຈ, ຈະຂະຫຍາຍການຮ່ວມມືລັດທິຫຼາຍຝ່າຍຢູ່ພາກພື້ນຊີປາຊີຟິກທີ່ຖືອາຊຽນເປັນໃຈກາງ.