ພັກການເມືອງຫຼາຍປະເທດກ່າວປະນາມວ່າການທ້າທາຍເກາະຜິດຂອງອາເມຣິກາເປັນການກະທຳແບບຂາດຄວາມຮັບຜິດຊອບທີ່ສຸດ

2022-08-08 10:35:37 cri

ໂດຍແນໃສ່ກໍລະນີທີ່ທ່ານນາງ ແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາບໍ່ ເອົາຫົວຊານຳການຄັດຄ້ານຢ່າງຮຸນແຮງແລະການປະທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ, ເຊິ່ງໄດ້ເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນ, ຫຼາຍມື້ຜ່ານມານີ້, ພັກ ການເມືອງຂອງຫຼາຍປະເທດຢູ່ໃນໂລກໄດ້ກ່າວປະນາມວ່າ ການທ້າທາຍເກາະຜິດ ຂອງອາເມຣິກາເປັນການກະທຳແບບຂາດຄວາມຮັບຜິດຊອບທີ່ສຸດ.


ພັກປະສົມອິຣລາມອີຣານໄດ້ອອກຖະແຫຼງການໂດຍປະນາມວ່າ:  ການກະ ທຳຂອງເຈົ້າໜ້າທີ່ອາເມຣິກາໃນການແຊກແຊງວຽກງານພາຍໃນຂອງຈີນແລະທຳລາຍຜືນແຜ່ນດິນອັນຄົບຖ້ວນຂອງຈີນເມື່ອບໍ່ດົນມານີ້ເປັນຕົວຢ່າງໜຶ່ງກ່ຽວກັບອາເມຣິກາປະຕິບັດລັດທິແຊກແຊງຢູ່ແຫ່ງຕ່າງໆໃນທົ່ວໂລກ ສິ່ງນີ້ມີແຕ່ຈະເພີ່ມ ຄວາມເຄັ່ງຕຶງແລະເປີດກວ້າງຄວາມຂັດແຍ້ງເທົ່ານັ້ນ. ອາເມຣິກາຕັ້ງແກ້ງ ສວຍໃຊ້ບັນຫາໄຕ້ຫວັນເພື່ອທຳລາຍຜົນປະໂຫຍດຂອງຈີນແລະຫຼຸດຜ່ອນຄວາມສັກສິດຂອງຫຼັກການປະເທດຈີນດຽວ,  “ລະຄອນຕະຫຼົກແບບຫຼິ້ນໄຟ” ເລື່ອງນີ້ໃນທີ່ສຸດຈະເຮັດໃຫ້ວິກິດການພາຍໃນອາເມຣິກາຮຸນແຮງຂຶ້ນ.



ທ່ານບາບີ ກຳມະການກົມການເມືອງສູນກາງພັກກອມມູນິດ(ລັດທິມາກ) ອິນເດຍກ່າວຢືນຢັນວ່າ: ການທີ່ທ່ານນາງແນນຊີ ເປໂລຊີເດີນ ທາງຢ້ຽມຢາມ ໄຕ້ຫວັນເປັນການແຊກແຊງວຽກພາຍໃນຂອງຈີນໂດຍກົງ, ຈຸດປະສົງແມ່ນເພື່ອເຮັດ ໃຫ້ສະຖານະການຢູ່ພາກພື້ນອາຊີປາຊີຟິກເຄັ່ງຕຶງຂຶ້ນຕື່ມ. ການກະທຳທີ່ຂາດ ຄວາມຮັບຜິດຊອບທີ່ສຸດແບບນີ້ຂອງອາເມຣິກາ ແມ່ນບໍ່ສອດຄ່ອງກັບຖານະຂອງຕົນທີ່ເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດແຕ່ປະການໃດເລີຍ.



ປະທານພັກຮັກຊາດຝຣັ່ງກ່າວວ່າ: ການເດີນທາງຢ້ຽມຢາມໄຕ້ຫວັນຂອງ ທ່ານນາງແນນຊີ ເປໂລຊີ ເປັນການທ້າທາຍເກາະຜິດທີ່ໜ້າລັງກຽດຂອງອາເມຣິກາ, ການກະທຳແບບນີ້ຂອງອາເມຣິກາໄດ້ທຳລາຍສະຖຽນລະພາບຂອງໂລກອີກຄັ້ງໜຶ່ງ.