ສຸຂະພາບແມ່ນ 1 ເຫຼືອນັ້ນແມ່ນ 0 ຕາມຫຼັງ ຖ້າບໍ່ມີ 1 ຈະມີ 0 ຫຼາຍສ່ຳໃດກໍບໍ່ມີຄວາມໝາຍຫຍັງເລີຍ

2022-08-08 14:32:27 CRI


ກິລາ ແມ່ນຂີດໝາຍສຳຄັນແຫ່ງການພັດທະນາຂອງສັງຄົມ ແລະ ຄວາມກ້າວໜ້າຂອງມະນຸດ, ສະແດງໃຫ້ເຫັນເຖິງກຳລັງສັງລວມແຫ່ງຊາດ ແລະ ລະດັບຄວາມສິວິໄລຂອງສັງຄົມ.



ທ່ານສີຈິ້ນຜິງ ປະທານປະເທດຈີນເຄີຍກ່າວເນັ້ນໜັກມາຫຼາຍເທື່ອແລ້ວວ່າ, “ສຸຂະພາບແມ່ນຕົວຊີ້ວັດອັນສຳຄັນທີ່ສຸດຂອງຊີວິດທີ່ມີຄວາມຜາສຸກ, ສຸຂະພາບແມ່ນ 1 ເຫຼືອນັ້ນແມ່ນ 0 ຕາມຫຼັງ.” “ການອອກກຳລັງກາຍທົ່ວປວງຊົນແມ່ນພື້ນຖານ ແລະ ສິ່ງຮັບປະກັນໃຫ້ແກ່ການເພີ່ມຄວາມເຂັ້ມແຂງໃຫ້ຮ່າງກາຍ ແລະ ຊີວິດທີ່ມີສຸຂະພາບແຂງແຮງຂອງທົ່ວປວງຊົນ.”



ເລີ່ມແຕ່ປີ 2009 ເປັນຕົ້ນມາ, ຈີນໄດ້ກຳນົດເອົາວັນທີ 8 ສິງຫາຂອງທຸກໆປີເປັນວັນອອກກຳລັງລາຍທົ່ວປວງຊົນ ເພື່ອລະນຶກເຖິງການຈັດງານກິລາໂອລິມປິກປັກກິ່ງ 2008ຢ່າງສຳເລັດຜົນ; ປີ 2012, ການ“ດຳເນີນຂະບວນການອອກກຳລັງກາຍທົ່ວປວງຊົນຢ່າງກວ້າງຂວາງ” ໄດ້ບັນທຶກເຂົ້າໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18; ປີ 2014, ການອອກກຳລັງກາຍຂອງທົ່ວປວງຊົນໄດ້ຍົກລະດັບຂຶ້ນເປັນຍຸດທະສາດແຫ່ງຊາດ, ເຊິ່ງມີຄວາມສຳຄັນນັບມື້ນັບສູງຂຶ້ນ.

 

ປີ 2021, ກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ໄດ້ຮັບຮອງເອົາ “ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ແລະໂຄງຮ່າງເປົ້າໝາຍວິໄສທັດປີ 2035” ໂດຍໄດ້ກຳນົດຢ່າງຈະແຈ້ງວ່າ, ຮອດປີ 2035, ຈີນຈະສ້າງເປັນປະເທດທີ່ເຂັ້ມແຂງດ້ານການກິລາ ແລະ ປະເທດຈີນທີ່ປະຊາຊົນມີສຸຂະພາບແຂງແຮງ.