ໂຄສົກກະຊວງປ້ອງກັນປະເທດຈີນຕອບຄຳຖາມຂອງນັກຂ່າວກ່ຽວກັບຝ່າຍຈີນຍົກເລີິກກິດຈະກຳການໄປມາຫາສູ່ກັນ 3 ລາຍການລະຫວ່າງກອງທັບຈີນ-ອາເມຣິກາ

2022-08-08 11:29:43 cri



ວັນທີ 8 ຫິງຫານີ້,ທ່ານອູຊ່ຽນ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບຝ່າຍຈີນຍົກເລີິກກິດຈະກຳການໄປມາຫາສູ່ກັນ 3 ລາຍການລະຫວ່າງກອງທັບຈີນ-ອາເມຣິກາແລະການປະໂຄມຂ່າວທີ່ກ່ຽວຂ້ອງຂອງສື່ມວນຊົນອາເມຣິກາ.


ທ່ານອູຊຽນກ່າວວ່າ:ສະພາບການທີ່ເຄັ່ງຕຶງຢູ່ຊ່ອງແຄບໄຕ້ຫວັນໃນປັດຈຸບັນນີ້ແມ່ນຝ່າຍອາເມຣິກາເປັນເຈົ້າການທ້າທາຍເກາະຜິດແລະສ້າງຂຶ້ນມາທັງນັ້ນ,ຝ່າຍອາເມຣິກາຕ້ອງແບກຫາບຄວາມຮັບຜິດຊອບທັງໝົດແລະຜົນຮ້າຍຢ້ອນຫຼັງອັນໜັກໜ່ວງກ່ຽວກັບເລື່ອງນີ້.ຝ່າຍຈີນເຄີຍສະແດງຫຼັກໝັ້ນທີ່ເຄັ່ງຂຶມກ່ຽວກັບສາຍພົວພັນສອງຊາດ, ສອງກອງທັບຈີນ-ອາເມຣິກາ ແລະ ບັນຫາໄຕ້ຫວັນເປັນຕົ້ນ,ໂດຍສະເພາະແມ່ນໄດ້ທັກທ້ວງຫຼາຍເທື່ອຕໍ່ກັບເລື່ອງທີ່ນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາບັງອາດຢ້ຽມຢາມໄຕ້ຫວັນ,ແຕ່ຝ່າຍອາເມຣິກາຊ້ຳພັດເວົ້າແນວໜຶ່ງ ແຕ່ໄດ້ເຮັດອີກແນວໜຶ່ງ,ຍຸຍົງສົ່ງເສີມແລະສະໜັບສະໜູນການບັງອາດຢ້ຽມ ຢາມຂອງນາງແນນຊີ ເປໂລຊີ,ຕັ້ງແກ້ງສ້າງສະພາບຄວາມເຄັ່ງຕຶງຢູ່ຊ່ອງແຄບໄຕ້ຫວັນ.


ຕໍ່ກັບການກະທຳທີ່ທ້າທາຍເກາະຜິດຢ່າງຮ້າຍແຮງຂອງຝ່າຍອາເມຣິກາແບບນີ້,ຝ່າຍຈີນໄດ້ປະກາດມາດຕະການຕອບໂຕ້ຄືນ 8 ປະການເຊິ່ງໃນນັ້ນລວມທັງຍົກເຍີກການຈັດວາງການໂອ້ລົມທາງໂທລະສັບລະຫວ່າງການນຳເຂດສູ້ຮົບຂອງສອງກອງທັບຈີນ-ອາເມຣິກາ,ຍົກເລີກການພົບປະເຮັດວຽກລະຫວ່າງກະຊວງປ້ອງກັນປະເທດຈີນ-ອາເມຣິກາ,ຍົກເລີກກອງປະຊຸມກົນໄກປຶກສາຫາລືດ້ານຄວາມໝັ້ນຄົງການທະຫານເທິງທະເລຈີນ-ອາເມຣິກາ.


ມາດຕະການຕອບໂຕ້ຄືນທີ່ກ່ຽວຂ້ອງຂອງຝ່າຍຈີນແມ່ນການກ່າວເຕືອນທີ່ຈຳເປັນຕໍ່ການທ້າທາຍເກາະຜິດຂອງອາເມຣິກາແລະໄຕ້ຫວັນ.ແມ່ນສົມເຫດສົມຜົນແລະເໝາະສົມທີ່ສຸດຕໍ່ການປົກປັກຮັກສາຂອງອະທິປະໄຕແລະຄວາມໝັ້ນຄົງຂອງຊາດຢ່າງເປັນທຳ.