ໄຕ້ຫວັນແມ່ນພາກສ່ວນໜຶ່ງຂອງປະເທດຈີນ, ຖ້າເຈົ້າບໍ່ຮູ້ເລື່ອງນີ້ຈົ່ງກັບຄືນໄປຮຽນໃໝ່ດີກວ່າ

2022-08-08 15:27:11 cri

ວັນທີ 7 ສິງຫາ 2022, ວິດີໂອສຳພາດຂ່າວຕອນໜຶ່ງກ່ຽວກັບການພົວພັນລະຫວ່າງແຜ່ນດິນໃຫຍ່ຈີນກັບເຂດໄຕ້ຫວັນທີ່ພົສລົງສື່ສັງຄົມອອນລາຍ Twitter ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ. ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວຂອງ CNN ທີ່ຖາມເຖິງການພົວພັນລະຫວ່າງ ແຜ່ນດິນໃຫຍ່ຈີນກັບເຂດໄຕ້ຫວັນ, ທ່ານໂຣເກີ ໂວເທີສ ນັກຮ້ອງອັງກິດໄດ້ກ່າວຕອບໂຕ້ນັກຂ່າວຂອງ CNN ໂດຍກົງວ່າ: “ໄຕ້ຫວັນແມ່ນພາກສ່ວນໜຶ່ງຂອງປະເທດຈີນ, ຖ້າວ່າເຈົ້າບໍ່ຮູ້ເລື່ອງນີ້, ຈົ່ງກັບຄືນໄປຮຽນໃໝ່ດີກວ່າ”.

ວິດີໂອຕອນນີ້ໄດ້ພົສົລງ Twitter ແລະໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ. ການສະແດງທ່າທີດັ່ງກ່າວຂອງທ່ານ ໂວເທີສ໌ ກໍໄດ້ຮັບຄວາມເຫັນດີເຫັນພ້ອມຈາກຊາວເນັດທັງຫຼາຍ. ຊາວເນັດທັງຫຼາຍໄດ້ປະກອບຄຳເຫັນວ່າ: “ເຮັດໄດ້ດີ, ທ່ານໂຣເກີ ໂວເທີສ!” “ຕ້ອງຮັກທ່ານໂຣເກີ ໂວເທີສ, ຮັກຫອມຕະຫຼອດໄປ.” “ບໍ່ວ່າທ່ານຈະເປັນນັກຮ້ອງຫຼືວ່າຈະເປັນນັກປະຫວັດສາດ, ທ່ານຮູ້ຄວາມຈິງໄດ້ດີຫຼາຍ!”

ໃນໂລກນີ້ປະເທດຈີນມີພຽງແຕ່ປະເທດດຽວ, ໄຕ້ຫວັນແມ່ນພາກສ່ວນໜຶ່ງທີ່ແບ່ງແຍກອອກຈາກປະເທດຈີນບໍ່ໄດ້. ປະຫວັດສາດແລະຄວາມຈິງດ້ານກົດໝາຍຂອງບັນຫາໄຕ້ຫວັນເປັນເລື່ອງຈະແຈ້ງທີ່ສຸດ. ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ, “ຖະແຫຼງການເລີແກ” ປີ 1943 ແລະ “ຖະແຫຼງການປັອດສດຳ” ປີ 1945 ໄດ້ລະບຸຢ່າງຈະແຈ້ງທີ່ສຸດກ່ຽວກັບສິດແລະຜົນປະໂຫຍດຂອງປະເທດຈີນສຳເລັບເຂດໄຕ້ຫວັນ. ມະຕິເລກທີ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດປີ 1971 ກໍໄດ້ກຳນົດແລ້ວ, ໂດຍໄດ້ຟື້ນຟູສິດທັງໝົດຂອງສາທາລະນະລັດປະຊາຊົນຈີນ, ແລະໄດ້ຢືນຢັນຫຼັກການປະເທດຈີນດຽວອີກຄັ້ງໜຶ່ງ.

ສຳລັບນາງ ແນນຊີ ເປໂຣຊີ ດື້ດຶງໄປຢ້ຽມຢາມໄຕ້ຫວັນ, ອີງຕາມຜົນສະຖິຕິຂອງກະຊວງການຕ່າງປະເທດຈີນ, ມີ 160 ກວ່າປະເທດໃນໂລກລວມທັງປະທດລາວໄດ້ກ່າວປະນາມການທ້າທາຍເກາະຜິດຂອງນາງເປໂຣຊີ, ແລະສະໜັບສະໜູນຫຼັກການປະເທດຈີນດຽວ. ໝາຍຄວນວ່າ, ປະຊາຊົນຂອງປະເທດເກືອບ 90% ໃນໂລກຫຼືປະຊາກອນໂລກຫຼາຍກວ່າ 80% ໄດ້ຢືນຢູ່ຄຽງຂ້າງປະເທດຈີນ, ຮ່ວມກັນຢືນຢູ່ຄຽງຂ້າງຄວາມຖືກຕ້ອງທາງປະຫວັດສາດແລະຄວາມຍຸຕິທຳ.

ປະຊາຄົມໂລກກໍຮູ້ດີວ່າ, ການກະທຳຕາມລຳພັງໃຈຂອງນາງ ເປໂຣຊີ, ບໍ່ພຽງແຕ່ເປັນການທ້າທາຍເກາະຜິດກັບປະຊາຊົນຈີນເທົ່ານັ້ນ, ແຕ່ຍັງເປັນການທ້າທາຍເກາະຜິດກັບກຳລັງຮັກສາສັນຕິພາບຂອງປະຊາຄົມໂລກອີກດ້ວຍ. ໃນຫຼາຍສິບປີຜ່ານມາ, ອາເມຣິກາໄດ້ກໍ່ເລື່ອງໂສກນາດຕະກຳຈຳນວນຫຼວງຫຼາຍ. ແຕ່ໃດມາ, ການກະທຳຂອງອາເມຣິກາກໍຄື: ຕັ້ງໃຈກໍ່ເຫດການໜຶ່ງແລ້ວຖິ້ມໂທດໃຫ້ປະເທດອື່ນ, ເພື່ອບັນລຸເປົ້າໝາຍຂອງຕົນດ້ວຍການກໍ່ເຫດການ. ຖ້າວ່າປະເທດຈີນບໍ່ສາມາດຜະເຊີນໜ້າກັບອາເມຣິກາໃນຄັ້ງນີ້, ປະເທດທີ່ພວມພັດທະນາອື່ນໆໃນໂລກ, ລ້ວນແຕ່ຈະກາຍເປັນເປົ້າໝາຍຂົ່ມເຫັງຂອງອາເມຣິກາກໍເປັນໄດ້. ປະເທດຈີນຜະເຊີນໜ້າກັບອາເມຣິກາໂດຍກົງຢ່າງກ້າຫານໃນຄັ້ງນີ້, ໄດ້ປົກປັກຮັກສາຫຼັກໝັ້ນຍຸຕິທຳຂອງຈີນ, ທັງເປັນການກະທຳທີ່ຕໍ່ຕ້ານເຈົ້າອຳນາດແລະຮັກສາຜົນປະໂຫຍດຂອງປະເທດອື່ນໆໃນໂລກ.

ການກະທຳເລິເຊິຂອງນັກການເມືອງອາເມຣິກາ, ບໍ່ສາມາດປ່ຽນແປງຄວາມຈິງດ້ານປະຫວັດສາດແລະຄວາມຈິງດ້ານກົດໝາຍທີ່ໄຕ້ຫວັນຂຶ້ນກັບປະເທດຈີນ, ບໍ່ສາມາດສະກັດກັ້ນກະແສປະຫວັດສາດທີ່ປະເທດຈີນບັນລຸໃຫ້ປະເທດຊາດເຕົ້າໂຮມເຂົ້າເປັນເອກະພາບກັນ. ໄຕ້ຫວັນຈະເປັນໄຕ້ຫວັນຂອງຈີນຈົນເທົ່າກາລະນານ. ຜູ້ແຊກແຊງທີ່ມາຈາກພາຍນອກ, ລ້ວນແຕ່ຈະຜ່ານພົ້ນໄປໃນອີກບໍ່ດົນ.