ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນແລະກອງປະຊຸມປິ່ນອ້ອມຕ່າງໆໄດ້ຜ່ານຮັບຮອງເອກະສານກ່ຽວກັບການຮ່ວມມືພາກພື້ນຫຼາຍສະບັບ

2022-08-08 11:13:44 cri


ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 55 ແລະກອງປະຊຸມປ່ິນອ້ອມຕ່າງໆທີ່ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍໄດ້ອັດລົງຢ່າງຈົບງາມໃນວັນທີ 6 ສິງຫານີ້,ກອງປະຊຸມໄດ້ຜ່ານຮັບຮອງເອກະສານກ່ຽວກັບການຮ່ວມມືພາກພື້ນປະມານ 30 ສະບັບ.


ກຳປູເຈຍແມ່ນປະເທດປະທານໝູນວຽນຂອງອາຊຽນປະຈຳປີ 2022,ທ່ານປຣັກ ໂຊຄຸນ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວພາຍຫຼັງກອງປະຊຸມສິ້ນສຸດລົງວ່າ:ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກອາຊຽນໄດ້ທົບທວນຄືນຄວາມຄືບໜ້າທີ່ໄດ້ຮັບນັບມາຮອດປັດຈຸບັນໃນດ້ານການເພີ່ມທະວີການສ້າງປະຊາຄົມອາຊຽນ,ການຊຸກຍູ້ການເຊື່ອມໂຍງພາກພື້ນພ້ອມທັງການເພີ່ມທະວີການຮ່ວມມືລະຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກ.


ລັດຖະມົນຕີການຕ່າງປະເທດອາຊຽນຍັງໄດ້ຢືນຢັນວ່າ:ຈະສຸມໃສ່ການຮັບປະກັນການປະຕິບັດສັນຍາກ່ຽວກັບສາຍພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼືRCEPເພື່ອຍົກສູງແຮງດຶງດູດຂອງອາຊຽນຕໍ່ການຄ້າ ການລົງທຶນແລະຕ່ອງໂສ້ການສະໜອງ ຂອງໂລກ.


 ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 55 ແລະກອງປະຊຸມປິ່ນອ້ອມຕ່າງໆໄດ້ຈັດຂຶ້ນຢູ່ກຳປູເຈຍລະຫວ່າງວັນທີ 30 ກໍລະກົດຮອດວັນທີ 6 ສິງຫານີ້,ລັດຖະມົນຕການຕ່າງປະເທດແລະຜູ້ຕາງໜ້າຈາກ 38 ປະເທດໄດ້ເຂົ້າຮ່ວມກອງປະຊຸມ,ໄດ້ຜ່ານຮັບຮອງແລະອະນຸມັດເອກະສານກ່ຽວກັບການຮ່ວມມືພາກພື້ນປະມານ 30 ສະບັບເຊິ່ງພົວພັນເຖິງຂົງເຂດການເມືອງ ຄວາມໝັ້ນຄົງ ເສດຖະກິດ ສັງຄົມແລະວັດທະນະທຳເປັນຕົ້ນ.