ທ້າຍເດືອນກໍລະກົດປີ2022 ຄັງສຳຮອງເງິນຕາຕ່າງປະເທດຂອງຈີນມີມູນຄ່າ 3.104,1ຕື້ໂດລາສະຫະລັດ

2022-08-08 15:13:28 cri




ວັນທີ 7 ສິງຫານີ້, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ໄດ້ເປີດເຜີຍຂໍ້ມູນ ເຊິ່ງສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນ ກໍລະກົດປີ2022ນີ້, ຄັງສຳຮອງເງິນຕາຕ່າງປະເທດຂອງຈີນມີມູນຄ່າບັນລຸເຖິງ 3.104,1ຕື້ໂດລາສະຫະລັດ ທຽບໃສ່ທ້າຍເດືອນມິຖຸນາຜ່ານມາ ໄດ້ເພີ່ມຂຶ້ນ 32,8 ຕືິ້ໂດລາສະຫະລັດ, ຈັງຫວະການເຕີບໂຕແມ່ນ 1,07%. ເດືອນກໍລະກົດປີນີ້, ຕະຫຼາດເງິນຕາຕ່າງປະເທດຂອງຈີນໄດ້ດຳເນີນການຢ່າງ ຫມັ້ນທ່ຽງໂດຍລວມ, ການສະຫນອງແລະຄວາມຕ້ອງການເງິນຕາຕ່າງປະເທດ ພາຍໃນປະເທດຈີນ ເຊິ່ງບໍ່ນັບລວມເຖິງ ຮົງກົງ,ມາກ້າວ ແລະໄຕ້ຫວັນ ແມ່ນຢູ່ໃນລະດັບດຸນດ່ຽງໂດຍພື້ນຖານ.


 ທ່ານນາງຫວາງຊຸ່ນຢິ່ງ ໂຄສົກ ທັງເປັນຮອງຫົວຫນ້າອົງການຄຸ້ມຄອງ ເງິນຕາຕ່າງປະເທດແຫ່ງຊາດຈີນຢືນຢັນວ່າ: ສະພາບເສດຖະກິດໂລກ ໃນປັດຈຸບັນແມ່ນເຕັມໄປດ້ວຍສິ່ງທ້າທາຍ, ປັດໄຈທີ່ບໍ່ຫມັ້ນທ່ຽງ ແລະບໍ່ແນ່ນອນ ໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ, ຕະຫຼາດການເງິນສາກົນມີຄວາມເຫນັງຕີງ ຫຼາຍສົມຄວນ. ແຕ່ວ່າ ປະເທດຈີນໄດ້ປະສານງານການປ້ອງກັນແລະຄວບຄຸມ ພະຍາດໂຄວິດ-19ໄປຄຽງຄູ່ກັບການພັດທະນາເສດຖະກິດສັງຄົມຢ່າງມີປະສິດທິພາບສູງ, ເສດຖະກິດມີຄວາມເຂັ້ມແຂງ, ມີກຳລັງແຮງບົ່ມຊ້ອນອັນມະຫາສານ ແລະມີພະລັງຊີວິດຊີວາຢ່າງພຽງພໍ, ສະພາບພື້ນຖານທີ່ເສດຖະກິດຈະຂະຫຍາຍ ຕົວໄປໃນທິດທາງທີ່ດີນັ້ນບໍ່ມີການປ່ຽນແປງ ແລະຈີນຈະສືບຕໍ່ສະຫນັບສະຫນູນໃຫ້ ປະລິມານຄັງສຳຮອງເງິນຕາຕ່າງປະເທດຮັກສາຄວາມຫມັ້ນທ່ຽງໂດຍລວມ.