ແມ່ນໃຜແທ້ເປັນມືມືດຢູ່ເບື້ອງຫຼັງທີ່ທຳລາຍສັນຕິພາບແລະສະຖຽນລະພາບຂອງໂລກ?

2022-08-08 19:33:31 cri

ຮູບເງົາເລື່ອງ “ມືມືດ” ໄດ້ສຸມໃສ່ກຸ່ມນາໂຕຂະຫຍາຍຕົວໄປສູ່ເຂດພາກເວັນອອກສົ່ງຜົນເຮັດໃຫ້ເກີດການປະທະກັນລະຫວ່າງຣັດເຊຍກັບອູແກຣນ, ໄດ້ເປີດເຜີຍຢ່າງລະອຽດກ່ຽວກັບປະເທດອາເມຣິກາແລະກຸ່ມນາໂຕທີ່ເອີ້ນຕົນເອງວ່າເປັນຜູ້ຮັກສາລະບຽບໂລກນັ້ນ, ທີ່ຈິງແລ້ວແມ່ນຜູ້ທຳລາຍສັນຕິພາບແລະສະຖຽນລະພາບຂອງໂລກນັ້ນເອງ. ອາເມຣິກາແລະກຸ່ມນາໂຕທີ່ຍ້ອງໂຕເອງເປັນຜູ້ຊຸກຍູ້ວຽກງານທົ່ວໂລກ, ໄດ້ອອກແຮງສະແດງທ່າທີຢ່າງສຸດຂີດໃນການກະທຳອັນໂຫດຮ້າຍທີ່ລ່ວງລະເມີດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດອື່ນ, ແຕ່ວ່າໃນຄວາມເປັນຈິງແລ້ວໄດ້ພິສູດໃຫ້ເຫັນວ່າ: ໃບໝາກເດື່ອຈະຖືກແບອອກ, ຜູ້ທີ່ຫຼິ້ນກັບໄຟຈະຖືກໄຟເຜົາຕົນເອງໃນທີ່ສຸດ.