ຝ່າຍອາເມຣິກາໄດ້ເຮັດຜິດພາດ 3 ດ້ານໃນບັນຫາກ່ຽວກັບໄຕ້ຫວັນ

2022-08-08 11:49:17 cri


 ວັນທີ 7 ສິງຫາປີ 2022 ,ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດຈີນທີ່ກຳລັງຢ້ຽມຢາມປະເທດບັງກະລາເດັດໄດ້ແນໃສ່ສະພາບການຫຼ້າສຸດແລະການແກ້ຕົວທີ່ໄຮ້ເຫດຜົນຂອງຝ່າຍອາເມຣິກາໂດຍຊີ້ໃຫ້ເຫັນວ່າ:ຝ່າຍອາເມຣິກາ ໄດ້ເຮັດຜິດພາດ 3 ດ້ານໃນບັນຫາທີ່ນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາບັງອາດຢ້ຽມຢາມເຂດໄຕ້ຫວັນປະເທດຈີນ.ຄື:


1.ບັງອາດແຊກແຊງວຽກງານພາຍໃນຂອງປະເທດຈີນ.


2.ຍຸຍົງສົ່ງເສີມແລະສະໜັບສະໜູນອິດທິກຳລັງທີ່ແບ່ງແຍກໄຕ້ຫວັນເປັນເອກະ ລາດ.


3.ຕັ້ງແກ້ງທຳລາຍສັນຕິພາບ‍ຢູ່ຊ່ອງແຄບໄຕ້ຫວັນ.


ທ່ານຫວາງຢີ້ໄດ້ກ່າວເນັ້ນໜັກວ່າ:ຫຼັກການບໍ່ແຊກແຊງວຽກງານພາຍໃນແມ່ນ"ກົດຄຳ"ແຫ່ງການໄປມາຫາສູ່ລະຫວ່າງປະເທດກັບປະເທດ,ແມ່ນ "ລາງປ້ອງກັນຕົວ"ທີ່ປະເທດພວມພັດທະນາປົກປັກຮັກສາອະທິປະໄຕແລະຄວາມໝັ້ນຄົງຂອງຕົນ.ພວກເຮົາຂອບໃຈປະເທດຕ່າງໆທີ່ເຂົ້າໃຈແລະສະໜັບສະໜູນຫຼັກໝັ້ນຂອງຝ່າຍຈີນ.ໃນຊູ່ມື້ນີ້ການກະທຳທີ່ຂົ່ມເຫັງແຕ່ຝ່າຍດຽວເກີດຂຶ້ນບໍ່ຍາມໃດກໍ່ຍາມໜຶ່ງນັ້ນ,ປະຊາຄົມໂລກຄວນກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນຢ່າງຈະແຈ້ງກວ່າເກົ່າກ່ຽວກັບເລື່ອງນີ້,ສົ່ງສຽງທີ່ແຂງແຮງກວ່າເກົ່າ,ຮ່ວມກັນປົກປັກຮັກສາກົດພື້ນຖານແຫ່ງສາຍພົວພັນສາກົນແລະກົດໝາຍສາກົນ,ຮ່ວມກັນປົກປັກຮັກສາສິດຜົນປະໂຫຍດທີ່ຖືກຕ້ອງແລະເປັນທຳຂອງປະເທດພວມພັດທະນາທັງໝົດ.