ອົງການ ສປຊ ຊົມເຊີຍການຢຸດຍິງຢູ່ເຂດກາຊາ

2022-08-08 10:35:12 cri


ວັນທີ 7 ສິງຫານີ້, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການ ສປຊ ໄດ້ອອກຖະແຫຼງການໂດຍຜ່ານຫ້ອງການໂຄສົກຂອງທ່ານລະບຸວ່າ: ຊົມເຊີຍອິສຣາແອນປະກາດຢຸດຍິງຢູ່ເຂດກາຊາ.

ຖະແຫຼງການຂອງທ່ານກູເຕີເຣັສໄດ້ລະບຸຕື່ມວ່າ: ທ່ານຮູ້ສຶກເສົ້າສະຫຼົດໃຈທີ່ສຸດຕໍ່ເຫດການທີ່ອິດສະລາແອນໂຈມຕີທາງອາກາດເຂົ້າໃສ່ເຂດກາຊາຂອງປາແລັສຕິນ ແລະອົງການຈິຮັດອິສລາມປາແລັສຕິນລວມທັງອົງການປະກອບອາວຸດທີ່ໄດ້ຍິງຈະຫຼວດຈາກກາຊາໄປສູ່ອິດສະລະແອນ ໂດຍເຮັດໃຫ້ຫຼາຍຄົນເຊິ່ງລວມທັງເດັກນ້ອຍ ເສຍຊີວິດແລະໄດ້ຮັບບາດເຈັບ. ຖະແຫຼງການຍັງໄດ້ສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ຖືກເຄາະຮ້າຍພ້ອມດ້ວຍຄອບຄົວຈາກການໃຊ້ຄວາມຮຸນແຮງຄັ້ງນີ້.

ຖະແຫຼງການເນັ້ນໜັກຄືນອີກວ່າ: ອົງການ ສປຊ ສຸມກຳລັງເຂົ້າໃນການແກ້ໄຂບັນຫາປາແລັສຕິນກັບອີສຣາແອນ ໂດຍອີງຕາມມະຕິທີ່ກ່ຽວຂ້ອງ, ກົດໝາຍສາກົນ, ແຜນການແກ້ໄຂສອງປະເທດແລະວິໄສທັດການຟື້ນຟູການເຈລະຈາທາງການເມືອງ. ຖະແຫຼການທ່ານກູເຕີເຣັສລະບຸຕື່ມອີກວ່າ: ມີແຕ່ບັນລຸແຜນການແກ້ໄຂບັນຫາທາງການເມືອງແບບຍືນຍົງໂດຍຜ່ານການເຈລະຈາກັນເທົ່ານັ້ນ, ຈຶ່ງຈະສາມາດສິິ້ນສຸດການໃຊ້ຄວາມຮຸນແຮງໄດ້ຢ່າງຖາວອນ ແລະສ້າງອະນາຄົດທີ່ມີສັນຕິພາບໃຫ້ກັບປະຊາຊົນປາແລັສຕິນແລະອິສຣາແອນ.