ນັກວິເຄາະອີຣານກ່າວວ່າ: ໃນການເຈລະຈາກ່ຽວກັບການຟື້ນຟູປະຕິບັດສັນຍານິວເຄລຍອີຣານຮອບໃໝ່ ອາເມຣິກາບໍ່ມີຄວາມຈິງໃຈທີ່ພຽງພໍ

2022-08-08 10:30:03 cri


ປັດຈຸບັນ, ອີຣານແລະຝ່າຍທີ່ກ່ຽວຂ້ອງກັບສັນຍາວ່າດ້ວຍນິວເຄລຍອີຣານພວມຈັດການເຈລະຈາກ່ຽວກັບການຟື້ນຟູປະຕິບັດສັນຍານິວເຄລຍອີຣານຮອບໃໝ່ຢູ່ນະຄອນຫຼວງວຽນປະເທດໂອຕຣີສ. ນັບມາຮອດປັດຈຸບັນ, ຝ່າຍຕ່າງໆທີ່ເຂົ້າຮ່ວມການເຈລະຈາພວມປຶກສາຫາລືກັນຢູ່. ນັກວິເຄາະທາງການເມືອງຂອງອີຣານເຫັນວ່າ: ອາເມຣິກາບໍ່ມີຄວາມຈິງໃຈພຽງພໍໃນການເຈລະຈາຄືເກົ່າ, ອາເມຣິກາຄວນປະຖິ້ມການກະທຳທີ່ບໍ່ຕິດແທດຕົວຈິງ, ມີການຕົກລົງທາງການເມືອງໂດຍໄວ.

ນັກວິເຄາະທາງການເມືອງອີຣານກ່າວຕື່ມວ່າ: ອີຣານຫວັງວ່າຈະບັນລຸສັນຍາສະບັບໜຶ່ງທີ່ຖາວອນແລະໝັ້ນຄົງ, ດັ່ງນັ້ນ, ອີຣານຮຽກຮ້ອງໃຫ້ອາເມຣິກາຍົກເລີກການລົງໂທດຕໍ່ອີຣານຢ່າງມີປະສິດທິຜົນແລະຕິດແທດຕົວຈິງ. ທ່ານຜູ້ນີ້ເຫັນວ່າ: ອາເມຣິກາຄວນສິ້ນສຸດການກ່າວຟ້ອງການເຄື່ອນໄຫວນິວເຄລຍຂອງອີຣານທຸກປະການ, ຍຸດຕິການສະເໜີຂໍ້ຮຽກຮ້ອງໃໝ່ຫຼືເງື່ອນໄຂໃດໆ, ພ້ອມທັງຮັບປະກັນການລົງທຶນແລະການຄ້າຂອງຕ່າງປະເທດຕໍ່ອີຣານ. ແຕ່ນັບມາຮອດປັດຈຸບັນ, ອາເມຣິກາຍັງບໍ່ໄດ້ສະແດງທ່າທີທີ່ກ່ຽວຂ້ອງກັບເລື່ອງເຫຼົ່ານີ້ເທື່ອ.